ຈຳນວນຜູ້ໂດຍສານສາກົນຂ້າມຊາຍແດນທາງລົດໄຟລາວ-ຈີນ ທະລຸ 600.000 ເທື່ອຄົນ
ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ຮອດວັນທີ 15 ຕຸລາ ນີ້, ມີຜູ້ໂດຍສານຈາກ 115 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ ແລະ ອື່ນໆ, ໄດ້ນຳໃຊ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ເພື່ອເດີນທາງຂ້າມແດນ ລວມທັງໝົດ 600.000 ກວ່າເທື່ອຄົນ. ໃນນັ້ນ, ປີນີ້ມີ 204.000 ເທື່ອຄົນ, ໂດຍຈຳນວນຜູ້ໂດຍສານຂ້າມແດນຕາມທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນໃນແຕ່ລະປີ.
ທາງລົດໄຟລາວ-ຈີນທີ່ເລີ່ມຈາກນະຄອນຄຸນໝິງຂອງຈີນ ໄປເຖິງນະຄອນຫຼວງວຽງຈັນຂອງລາວ, ມີຄວາມຍາວທັງໝົດ 1.035 ກິໂລແມັດ. ເດືອນກໍລະກົດ ປີນີ້, ທາງລົດໄຟລາວ-ຈີນ ໄດ້ເພີ່ມຂະບວນລົດໄຟໂດຍສານສາກົນອີກ 1 ຄູ່ຂະບວນ ລະຫວ່າງນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ. ຈຳນວນຂະບວນລົດໄຟໂດຍສານສາກົນທີ່ແລ່ນລະຫວ່າງນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ ໄດ້ເພີ່ມຂຶ້ນເປັນ 4 ຂະບວນຕໍ່ມື້. ພ້ອມດຽວກັນນັ້ນ, ຈຳນວນບ່ອນນັ່ງໂດຍສານສຳລັບຜູ້ໂດຍສານທີ່ເດີນທາງຂ້າມຊາຍແດນໃນແຕ່ລະຂະບວນລົດໄຟ ໄດ້ເພີ່ມຂຶ້ນຈາກ 250 ບ່ອນນັ່ງໃນເບື້ອງຕົ້ນ ມາເປັນ 420 ບ່ອນນັ່ງ, ຈຳນວນຜູ້ໂດຍສານເຂົ້າ-ອອກເມືອງສູງສຸດມີເຖິງ 1.400 ກວ່າຄົນຕໍ່ມື້.
ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ໄດ້ເຊື່ອມໂຍງເຂົ້າກັບຊີວິດປະຈຳວັນຂອງປະຊາຊົນທີ່ອາໄສຢູ່ລຽບຕາມທາງລົດໄຟຢ່າງງຽບໆ, ກາຍເປັນ “ຊ່ອງທາງຄຳ” ທີ່ເຊື່ອມໂຍງການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມິດຕະພາບສອງປະເທດ. ປະຊາຊົນລາວທີ່ເດີນທາງໄປສຶກສາ, ປິ່ນປົວພະຍາດຢູ່ນະຄອນຄຸນໝິງ, ສິບສອງພັນນາ ແລະ ບ່ອນອື່ນໆຂອງຈີນນັບມື້ນັບຫຼາຍຂຶ້ນ, ປະຊາຊົນຈີນທີ່ເດີນທາງໄປຄ້າຂາຍ, ດຳເນີນທຸລະກິດຢູ່ລາວກໍມີຢ່າງຫຼວງຫຼາຍ, ໄດ້ສ້າງຂົວທີ່ສະດວກສະບາຍໃຫ້ແກ່ການໄປມາຫາສູ່ກັນ ແລະ ການແລກປ່ຽນຮ່ວມມືລະຫວ່າງສອງປະເທດ. ຈຳນວນການໄຫຼວຽນຂອງຜູ້ໂດຍສານທີ່ເພີ່ມຂຶ້ນນັບມື້ນັບຫຼາຍ ໄດ້ຊຸກຍູ້ອຸດສາຫະກຳທີ່ກ່ຽວຂ້ອງກັບການທ່ອງທ່ຽວເຊັ່ນ: ແຫຼ່ງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ ທີ່ຢູ່ລຽບຕາມທາງລົດໄຟ, ເລັ່ງການໄຫຼວຽນຂອງຜູ້ໂດຍສານ, ສິນຄ້າ ແລະ ຂໍ້ມູນຂ່າວສານ, ເພີ່ມພະລັງແຮງອັນແຂງແຮງໃຫ້ແກ່ການພັດທະນາເສດຖະກິດຂອງພາກພື້ນ.
ໃນຂະນະທີ່ກະແສນິຍົມການທ່ອງທ່ຽວຂ້າມຊາຍແດນຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການຮ່ວມມືດ້ານອຸດສາຫະກຳຂ້າມຊາຍແດນກໍໄດ້ຮັບການຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ. ຜ່ານເສັ້ນທາງລົດໄຟລາວ-ຈີນ, ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງເຊັ່ນ: ດອກໄມ້, ຜັກ
ແລະ ອື່ນໆ ຂອງແຂວງຢຸນນານ ໄດ້ຖືກຂົນສົ່ງໄປສູ່ຕະຫຼາດໄທຂອງປະເທດໄທ, ເຊິ່ງເປັນສູນກາງການຄ້າຂາຍໝາກໄມ້ ແລະ ຜັກທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຢ່າງບໍ່ຂາດສາຍ. ໝາກຖົ່ວລຽນ, ໝາກມັງຄຸດ ແລະ ໝາກໄມ້ພິເສດອື່ນໆ ຈາກອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ກໍໄດ້ຖືກຂົນສົ່ງມາຮອດແຂວງຢຸນນານຢ່າງວ່ອງໄວ, ເຮັດໃຫ້ນະຄອນຄຸນໝິງກາຍເປັນສູນລວມໝາກໄມ້ເຂດຮ້ອນທີ່ສຳຄັນຂອງຈີນ.
ການຄົມມະນາຄົມຂົນສົ່ງທີ່ສະດວກສະບາຍ ແລະ ມີປະສິດທິພາບສູງ ບໍ່ພຽງແຕ່ຊຸກຍູ້ການຄ້າໃຫ້ຈະເລີນຮຸ່ງເຮືອງເທົ່ານັ້ນ, ຫາກຍັງກໍ່ໃຫ້ເກີດການຫັນປ່ຽນຢ່າງເລິກເຊິ່ງໃນອຸດສາຫະກຳ, ດຶງດູດວິສາຫະກິດຂະໜາດໃຫຍ່ ແລະ ໂຄງການທີ່ດີຫຼາຍຂຶ້ນ ເຂົ້າມາຕັ້ງຖິ່ນຖານ, ເຕີບໃຫຍ່ຂະຫຍາຍຕົວ. ນັບແຕ່ນະຄອນຄຸນໝິງໄດ້ຄຸ້ມຄອງເມືອງບໍ່ຫານເປັນຕົ້ນມາ, ການລົງທຶນໃນເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕັນ ຈີນ-ລາວ ໄດ້ສຳເລັດລວມທັງໝົດຫຼາຍກວ່າ 12,5 ຕື້ຢວນ, ຈຳນວນປະຊາກອນທີ່ອາໄສຢູ່ໃນເຂດເມືອງບໍ່ຫານໄດ້ເພີ່ມຂຶ້ນຈາກ 20.000 ຄົນ ເປັນເກືອບ 50.000 ຄົນ, ເຂດເສດຖະກິດໃໝ່ທີ່ເຕັມໄປດ້ວຍຊີວິດຊີວາພວມປະກົດຂຶ້ນ.