ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການຮ່ວມ​ມື​ສາ​ກົນ​ດ້ານ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ

ແຫຼ່ງຂ່າວ:国际在线   |    2025-10-17 16:22:57

    ວັນ​ທີ 16 ຕຸ​ລາ​ນີ້, ທ່ານ ຕີ່ງ​ເສ່ຍ​ຊຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ ໄດ້​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ປະ​ຈຳ​ປີ 2025 ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ.

    ໃນ​ໂອ​ກາດ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ ຕີ່ງ​ເສ່ຍ​ຊຽງ ໄດ້ເນັ້ນໜັກ​ວ່າ: ຈີນ​ຈະ​ເລັ່ງ​ລັດ​​ການ​ຫັນ​ປ່ຽນ​​ຮູບ​ແບບ​ການພັດ​ທະ​ນາ​ໃຫ້​ເປັນ​ສີ​ຂຽວ​ຕື່ມ​ອີກ, ຍິນ​ດີ​ເພີ່ມ​ທະ​ວີ​​ຮັດ​ແໜ້ນຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ, ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ໃນ​ທົ່ວ​ໂລກ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ສະ​ອາດ​ແລະ​ສວຍ​ງາມ. ລັດ​ຖະ​ບານ​ຈີນ ຈະ​ສືບ​ຕໍ່​ອອກ​ແຮງ​ສະ​ໜັ​ບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ເພື່ອ​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ແຮງ​ຫຼາຍ​ກວ່າ​ເກົ່າ ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ສ້າງ​ອະ​ລິ​ຍະ​ທຳ​ດ້ານ​ນິ​ເວດ​ຈີນ ແລະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ.

    ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ປະ​ຈຳ​ປີນີ້​ແມ່ນ “​ເດັດ​ດ່ຽວ​ຫັນ​ປ່ຽນ​ຮູບ​ແບບ​ເປັນ​ສີຂຽວ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ​ລະ​ຫວ່າງ​ມະ​ນຸດ​ກັບ​ທຳ​ມະ​ຊາດ”. ໂດຍ​ມີ​​ກຳ​ມະ​ການ​ຈີນ​ແລະ​ຕ່າງ​ປະ​ເທດ​, ຊ່​ຽວ​ຊານ​ຈີນ​ແລະ​ຕ່າງ​ປະ​ເທດ, ຄູ່​ຮ່ວມ​ມື​ແລະ​ອື່ນໆ​ທັງ​ໝົດ​ປະ​ມານ 400 ຄົ​ນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຄັ້ງ​ນີ້.

ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການຮ່ວມ​ມື​ສາ​ກົນ​ດ້ານ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ