ຂະບວນລົດໄຟລາວ-ຈີນ ຂົນສົ່ງຊາລາວຂ້າມຊາຍແດນຮອດຈຸດໝາຍປາຍທາງໂດຍກົງເປັນຄັ້ງທຳອິດ
ນັກຂ່າວໄດ້ຮັບຂ່າວຈາກອົງການພາສີຄຸນໝິງວ່າ: ຫວ່າງມໍ່ໆມານີ້, ຊາລາວຈຳນວນໜຶ່ງທີ່ມີມູນຄ່າ 184.000 ຢວນ ໄດ້ຖືກສົ່ງມາຮອດນະຄອນຄຸນໝິງຢ່າງປອດໄພ ພາຍຫຼັງທີ່ໄດ້ຜ່ານການກວດກາຈາກອົງການພາສີເມືອງຫຼ້າ ທີ່ຂຶ້ນກັບອົງການພາສີຄຸນໝິງ. ນີ້ແມ່ນຊາຊຸດທຳອິດທີ່ນຳເຂົ້າຜ່ານທາງລົດໄຟລາວ-ຈີນ, ວິທີການຂົນສົ່ງສິນຄ້າຂ້າມຊາຍແດນຜ່ານທາງລົດໄຟລາວ-ຈີນ ໄດ້ເພີ່ມປະເພດໃໝ່.
ທ່ານ ເຈີ້ງ ເຜີງ ຫົວໜ້າຝ່າຍພາສີ ບໍລິສັດຕົວແທນການຂົນສົ່ງສິນຄ້າສາກົນ ເຈ້ຍຢູ້ ສິບສອງພັນນາ ຈຳກັດ ໄດ້ແນະນຳໃຫ້ຮູ້ວ່າ: ຊາຂອງລາວໄດ້ຮັບການຍອມຮັບສູງໃນຕະຫຼາດພາຍໃນປະເທດຈີນ, ໃນເມື່ອກ່ອນແມ່ນຂົນສົ່ງຜ່ານທາງບົກ, ເມື່ອພົບກັບລະດູຝົນ ສິນຄ້າມັກຈະເປື່ອຍ, ໃຊ້ເວລາຂົນສົ່ງຫຼາຍມື້. ການຂົນສົ່ງຜ່ານທາງລົດໄຟລາວ-ຈີນ ມີຄວາມປອດໄພ ແລະ ໝັ້ນຄົງ, ນັບແຕ່ການບັນທຸກຊາ ຢູ່ເມືອງໄຊ ປະເທດລາວ ຂຶ້ນລົດໄຟ, ພາຍໃນ 48 ຊົ່ວໂມງ ກໍສາມາດໄປເຖິງນະຄອນຄຸນໝິງໄດ້.
ຂໍ້ມູນຈາກອົງການພາສີເມືອງຫຼ້າສະແດງໃຫ້ເຫັນວ່າ: ໃນ 8 ເດືອນຕົ້ນປີນີ້, ອົງການພາສີເມືອງຫຼ້າ ໄດ້ຄຸ້ມຄອງຜະລິດຕະພັນກະສິກຳ ແລະ ອາຫານ ທີ່ນຳເຂົ້າຜ່ານທາງລົດໄຟລາວ-ຈີນ ທັງໝົດ 5,35 ຕື້ຢວນ, ເພີ່ມຂຶ້ນ 46.3% ເມື່ອທຽບໃສ່ໄລຍະດຽວ
ກັນຂອງປີກາຍ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ