ປະຊາຊົນປາແລັດສະຕິນສະເຫຼີມສະຫຼອງຫຼາຍປະເທດຮັບຮູ້ລັດປາແລັດສະຕິນ, ສິ່ງຂອງຊ່ວຍເຫຼືອຈາກຈີນຂົນສົ່ງໄປຮອດກາຊາແລ້ວ
ວັນທີ 23 ກັນຍາ, ຫຼາຍເມືອງໃນເຂດດິນແດນປາແລັດສະຕິນທາງຕາເວັນຕົກຂອງແມ່ນ້ຳຈໍແດນໄດ້ຈັດກິດຈະກຳໂຮມຊຸມນຸມ ແລະ ເດີນຂະບວນເພື່ອສະເຫຼີມສະຫຼອງທີ່ຫຼາຍປະເທດຮັບຮູ້ລັດປາແລັດສະຕິນ, ພ້ອມທັງສືບຕໍ່ສະໜັບສະໜູນປະຊາຊົນໃນເຂດກາຊາ. ໃນມື້ດຽວກັນນັ້ນ, ອາຫານສ່ວນໃຫຍ່ທີ່ລັດຖະບານຈີນຊ່ວຍເຫຼືອເຂດກາຊາໄດ້ຖືກຂົນສົ່ງໄປຮອດແລ້ວ.
ນັກຂ່າວໄດ້ຮັບຂໍ້ມູນຈາກອົງການການກຸສົນຮາຊິມແຫ່ງຈໍແດນ ໃນວັນທີ 23 ຜ່ານມາວ່າ: ໃນຈຳນວນຊຸດອາຫານ 60.000 ຊຸດ ທີ່ຈີນຊ່ວຍເຫຼືອເຂດກາຊາ, ເຊິ່ງເລີ່ມຂົນສົ່ງໃນເດືອນກຸມພາຜ່ານມາ, ປະມານ 55.000 ຊຸດ ໄດ້ຖືກຂົນສົ່ງມາຮອດເປັນແຕ່ລະໄລຍະແລ້ວ, ສ່ວນທີ່ເຫຼືອຈະຖືກຂົນສົ່ງໄປເຂດກາຊາໃນໄວໆນີ້.
ທ່ານ ຮູເຊນ ຊາບລີ ເລຂານຸການອົງການການກຸສົນຮາຊິມຈໍແດນ ໃນເວລາໃຫ້ສຳພາດຂ່າວກ່າວວ່າ: ຂອບໃຈລັດຖະບານຈີນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນກາຊາ, ອົງການການກຸສົນຮາຊິມຈໍແດນ ຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຈັດສົ່ງສິ່ງຂອງຈຳນວນດັ່ງກ່າວໃຫ້ເຖິງມືປະຊາຊົນກາຊາຢ່າງຄົບຖ້ວນ.
ອົງການທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານສະບັບໜຶ່ງໃນວັນທີ 22 ສິງຫາ ວ່າ: ປະຊາຊົນ 500.000 ກວ່າຄົນໃນເຂດກາຊາ ຂອງປາແລັດສະຕິນກຳລັງປະເຊີນກັບໄພອຶດຫິວ. ນີ້ແມ່ນຄັ້ງທຳອິດທີ່ມີການຢືນຢັນຢ່າງເປັນທາງການວ່າ ເກີດໄພອຶດຫິວຂຶ້ນຢູ່ພາກພື້ນຕາ
ເວັນອອກກາງ. ພາຍຫຼັງທີ່ເກີດການປະທະກັນລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ ຮອບໃໝ່ໃນເດືອນ ຕຸລາ 2023, ການເຄື່ອນໄຫວທາງທະຫານ ແລະ ການປິດລ້ອມຂອງອິດສະຣາແອນ ຢູ່ເຂດກາຊາ ໄດ້ເຮັດໃຫ້ຝ່າຍປາແລັດສະຕິນ ເສຍຊີວິດ ແລະ ບາດເຈັບຢ່າງໜັກ ແລະ ກໍ່ໃຫ້ເກີດໄພພິບັດ
ດ້ານມະນຸດສະທຳຢ່າງຮ້າຍແຮງ, ເຊິ່ງໄດ້ຖືກປະນາມຢ່າງກວ້າງຂວາງຈາກປະຊາຄົມໂລກ.