ລາຍການຂ່າວພາບ-ສຽງພາສາມືທີ່ມີຄວາມໝາຍສໍາຄັນນີ້ ຄົບຮອບ 1 ປີແລ້ວ

2025-08-01 18:09:25

”ຕອນແລງວັນໜຶ່ງຂອງເດືອນກໍລະກົດ, ຄວາມຮ້ອນອົບເອົ້າຂອງລະດູຮ້ອນຍັງຄົງອົບອວນຢູ່ເມືອງໄຊແຂວງອຸດົມໄຊ. ທ້າວ ອາແຫຼະ ອາຍຸ 19 ປີ ລຸກຂຶ້ນຈາກເສື່ອໄມ້ໄຜ່, ຈ້ອງເບິ່ງໜ້າຈໍໂທລະພາບດ້ວຍແວວຕາເປັນປະກາຍ. ໃນໂທລະພາບ, ມີມືຄູ່ໜຶ່ງກຳລັງ “ບອກເລົ່າ” ຂ່າວສານດ້ວຍພາສາມືຢ່າງຄ່ອງແຄ້ວ. ອາແຫຼະໄດ້ຫັນກັບໄປ ແລະ ພະຍາຍາມໃຊ້ພາສາມື ບອກພໍ່ແມ່ວ່າ: “ນີ້ແມ່ນພາສາຂອງຂ້ອຍ!”

ຫຼາຍເດືອນກ່ອນ, ອາແຫຼະຍັງມັກຢູ່ຄົນດຽວໃນຫ້ອງ, ບໍ່ສາມາດຟັງ ແລະ ເວົ້າໄດ້. ຄວາມງຽບປຽບສະເໝືອນກຳແພງກັ້ນ ລະຫວ່າງ ລາວກັບໂລກ. ຈົນກະທັ້ງ ລາຍການພາສາມືສະບັບທໍາອິດໃນລາວໄດ້ຖືກອອກອາກາດ, ແສງສະຫວ່າງນີ້ໄດ້ສ່ອງເຂົ້າໄປໃນຊີວິດຂອງລາວ.

ວັນທີ 22 ກໍລະກົດ 2024, ລາຍການຂ່າວພາບ-ສຽງພາສາມື ໂຄງການຮ່ວມມືລະຫວ່າງລາວ-ຈີນ ໄດ້ອອກອາກາດຢູ່ໂທລະພາບແຫ່ງຊາດລາວ ເປັນຄັ້ງທໍາອິດ. ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ພະລັງງານ ສາກົນ ຈໍາກັດ, ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ແລະ ໂທລະພາບແຫ່ງຊາດລາວຮ່ວມກັນຮັບຜິດຊອບໃນການຈັດວາງລາຍການ, ໄດ້ອອກອາກາດທາງໂທລະພາບແຫ່ງຊາດລາວ LNTV 1 ເວລາ 18:30-19:45 ໂມງ ຕາມເວລາທ້ອງຖິ່ນ ທຸກໆວັນຈັນ ຫາ ວັນເສົາ. ມືຄູ່ຢູ່ໃນມຸມຂວາລຸ່ມຂອງໜ້າຈໍໄດ້ປ່ຽນຂ່າວເປັນພາສາທີ່ຄົນພິການທາງຫູສາມາດເຂົ້າໃຈໄດ້, ເຊິ່ງໄດ້ເຮັດໃຫ້ ຄົນພິການທາງຫູ 80,000 ຄົນໃນລາວ ໄດ້ກ້າວເຂົ້າສູ່ໂລກກວ້າງຢ່າງແທ້ຈິງ ເປັນຄັ້ງທຳອິດ.

ມື້ນີ້, ລາຍການຂ່າວພາບ-ສຽງພາສາມືທີ່ມີຄວາມໝາຍສໍາຄັນນີ້ ຄົບຮອບ 1 ປີແລ້ວ.

ໃນເບື້ອງຫຼັງລາຍການແມ່ນຄວາມພະຍາຍາມຂອງ ທ່ານນາງ ໂສພາພອນ ເຮືອງລິດ, ຜູ້ກໍ່ຕັ້ງໂຮງຮຽນສູນມືແຫ່ງຄວາມຫວັງ ທີ່ນະຄອນຫຼວງວຽງຈັນ, ເຊິ່ງລາວກໍເປັນໜຶ່ງໃນຜູ້ແປພາສາມືຂອງລາຍການອີກດ້ວຍ.

ທຸກໆເຊົ້າເວລາ 5:30 ໂມງ, ເມື່ອແສງແລກໃນເຊົ້າສາດສ່ອງເຂົ້າມາໃນເຮືອນຄົວ, ໂສພາພອນ ກໍເລີ່ມກະກຽມອາຫານເຊົ້າແລ້ວ. ເດັກນ້ອຍໄດ້ທະຍອຍກັນເຂົ້າມາ ແລະ ທັກທາຍນໍາກັນດ້ວຍຄໍາວ່າ: “ສະບາຍດີຕອນເຊົ້າ” ດ້ວຍພາສາມື. “ພວກເຂົາເຈົ້າໃຊ້ມືຂອງຕົນເພື່ອເວົ້າວ່າຮັກ, ແລະ ຂ້ອຍໃຊ້ການກະທໍາຂອງຂ້ອຍເພື່ອບອກພວກເຂົາວ່າຂ້ອຍຮັກພວກເຂົາຄືກັນ.” ນາງເວົ້າ.

ເວລາ 6:30 ຕອນແລງ, ລາຍການຂ່າວສານເລີ່ມຕົ້ນຕາມເວລາ. ໃນໜ້າຈໍ, ມືຂອງໂສພາພອນ “ແປ” ຂ່າວ: ເມື່ອເວົ້າເຖິງເຂື່ອນໄຟຟ້ານໍ້າຕົກໂຄງການຮ່ວມມືລາວ-ຈີນ, ມືຂອງນາງຖືກປຽບສະເໝືອນກັບເຂື່ອນ... ເມື່ອພົບກັບຄໍາສັບໃໝ່ ເຊັ່ນ “5G” ແລະ “ຂໍ້ມູນໃຫຍ່”, ນາງ ແລະ ທີມງານຂອງນາງຕ້ອງໄດ້ສໍາຫຼວດເບິ່ງຂໍ້ມູນເລື້ອຍໆ, ເຮັດທ່າທາງ ແລະ ປະຕິບັດຈົນກ່ວາປາຍນິ້ວມືຂອງເຂົາເຈົ້າເຈັບ. ນາງກ່າວວ່າ: “ນີ້ບໍ່ແມ່ນການສະແດງ, ແຕ່ເພື່ອຖ່າຍທອດສົ່ງສຽງຂອງໂລກໄປສູ່ຄົນທີ່ບໍ່ໄດ້ຍິນ.”

  

ຫຼັງຈົບລາຍການ ນາງ ໂສພາພອນ ກັບໄປສູນມືແຫ່ງຄວາມຫວັງເພື່ອກະກຽມບົດຮຽນກວດສອບຄວາມຄືບໜ້າ ໃນການສອນ ແລະ ຮຽນຮູ້ຄໍາສັບໃໝ່ໆ ທາງອອນລາຍ ເຊິ່ງມັກຈະຫຍຸ້ງຈົນຮອດເດິກດື່ນ. “ຂ້ອຍຢາກຮວບຮວມຫຼັກສູດຊຸດການສອນພາສາມືທ້ອງຖິ່ນລາວ.” ນາງ ໂສພາພອນ ພິກປຶ້ມບັນທຶກໃນມືແລ້ວເວົ້າວ່າ: “ສ້າງ APP ທີ່ຄລິກໄປທີ່ 'ແພດໝໍ' ແລ້ວທ່າທາງທີ່ກົງກັນຈະປາກົດຂຶ້ນມາ ຄົງຈະສະດວກສະບາຍຫຼາຍ.”

ຈາກກິ່ນຫອມຂອງໄຂ່ຈືນຍາມເຊົ້າໄປຈົນເຖິງລາຍມືທີ່ຂຽນພາຍໃຕ້ໂຄມໄຟໃນຕອນກາງຄືນ, ຊີວິດປະຈໍາວັນຂອງໂສພາພອນ ຊ່າງເປັນເລື່ອງທໍາມະດາ ແລະ ເລັກນ້ອຍ. ສອງມືທີ່ເຄື່ອນໄຫວຢ່າງບໍ່ຢຸດເຊົານີ້ ໄດ້ສ້າງຂົວສູ່ສັງຄົມແຫ່ງການໄດ້ຍິນສຽງ  ໃຫ້ແກ່ຜູ້ບໍ່ໄດ້ຍິນສຽງ 80,000 ຄົນໃນປະເທດລາວ.

”ການຍຶດໝັ້ນ ຄວາມພຽນພະຍາຍາມຂອງນາງ ບໍ່ພຽງແຕ່ເປັນພາບຫຍໍ້ຂອງການພັດທະນາພາສາມືຂອງປະເທດລາວ, ຫາກຍັງເປັນການປະຕິບັດອັນອົບອຸ່ນຂອງການຮ່ວມມືລາວ-ຈີນ ໃນຂົງເຂດການເອົາໃຈໃສ່ດ້ວຍມະນຸດສະທໍາ. ດັ່ງທີ່ໄດ້ກ່າວໃນລາຍການວ່າ: “ການຮ່ວມມືທີ່ດີ ແມ່ນຄວາມພະຍາຍາມເພື່ອເຮັດໃຫ້ປະຊາຊົນໃນທຸກມຸມໂລກໄດ້ຮັບການເບິ່ງເຫັນ ແລະ ໄດ້ຍິນ.”

ລາຍການຂ່າວພາບ-ສຽງພາສາມືທີ່ມີຄວາມໝາຍສໍາຄັນນີ້ ຄົບຮອບ 1 ປີແລ້ວ