ຄົນລາວເຊື້ອສາຍຈີນຮຸ່ນໃໝ່ສໍາຜັດມົນສະເໜ່ຂອງວັດທະນະທຳຈີນຢູ່ນະຄອນຜູເອີ

2025-07-03 18:50:28

ວັນທີ 1 ກໍລະກົດນີ້, ຄູອາຈານ ແລະ ນັກຮຽນ 44 ຄົນຈາກໂຮງຮຽນ​ລາວ-ຈີນ​ແຂວງຜົ້ງສາລີ​ແລະ​ໂຮງຮຽນລຽວກົງແຂວງຫຼວງນໍ້າທາໄດ້ເຂົ້າຮ່ວມກິດຈະກຳການຮຽນຮູ້ຢູ່ນະຄອນຜູເອີ ຄັ້ງທີ 2. ງານດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງຮຽນມັດທະຍົມຊົນເຜົ່າຜູເອີ ແຂວງຢຸນນານ, ເພື່ອແນໃສ່ໃຫ້ຊາວລາວເຊື້ອສາຍຈີນຮຸ່ນໃໝ່ໄດ້ສຳຜັດກັບສະເໜ່ຂອງວັດທະນະທໍາຈີນ.

ໃນໂອກາດດັ່ງກ່າວ, ນັກຮຽນບໍ່ພຽງແຕ່ໄດ້ຮຽນຮູ້ວິທີເຮັດເຂົ້າຕົ້ມ, ຕັດເຈ້ຍ​ແລະ​ຂຽນ​ຕົວອັກສອນຈີນເທົ່ານັ້ນ, ຫາກຍັງໄດ້ຊົມການສະແດງຟ້ອນລຳ ແລະ ທ່ອງບົດກອນ, ພ້ອມທັງຈັບມືກັນຟ້ອນລຳທຳເພງຢ່າງມ່ວນຊື່ນ, ເຊິ່ງໄດ້ເພີ່ມທະວີຄວາມສາມັກຄີ​ມິດຕະພາບທີ່ເປັນມູນເຊື້ອ. ທ່ານ Gong Wenshu ຜູ້ນຳທີມງານກ່າວວ່າ, ຜ່ານການ​ຈັດງານຄັ້ງນີ້, ນັກຮຽນມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳຈີນ, ໂດຍສະ​ເພາະ​ແມ່ນມີຄວາມສົນໃຈຫຼາຍຕໍ່ການຂຽນຕົວອັກສອນຈີນ.

ນາງ ຄໍາຈັນ ມາຈາກໂຮງຮຽນ​ລາວ-ຈີນ,​ ລາວໄດ້ແບ່ງປັນຄວາມຮູ້ສຶກມັກຮັກຕໍ່ການຂຽນ​ຕົວອັກສອນຈີນ, ​ລາວຄິດວ່າມັນມີຄວາມໝາຍເລິກເຊິ່ງ ແລະ ອຸດົມສົມບູນໄປດ້ວຍຄວາມ​ຫຼາກຫຼາຍໃນຮູບແບບ. ​ພ້ອມດຽວກັນນັ້ນ, ທ້າວມາຊູ, ນັກຮຽນຈາກໂຮງຮຽນ​ມັດທະຍົມຊົນເຜົ່າຜູເອີ ກໍໄດ້ຕັ້ງໜ້າສອນເພື່ອນລາວກ່ຽວກັບວິທີເຮັດເຂົ້າໜົມ, ເຈ້ຍຕັດ ຢ່າງມີຄວາມອົດທົນ, ລາວຫວັງວ່າຈະມີໂອກາດໄປຢ້ຽມຢາມປະເທດລາວໃນອະນາຄົດ ເພື່ອສຳຜັດກັບຮີດຄອງ​ປະເພນີທ້ອງຖິ່ນຂອງປະເທດລາວ.

  

ຄົນລາວເຊື້ອສາຍຈີນຮຸ່ນໃໝ່ຍັງໄດ້ໄປຢ້ຽມຢາມຫໍພິພິທະພັນນະຄອນຜູເອີ ແລະ ຫໍພິພິທະພັນແຜນຜັງເມືອງ ແລະ ວິທະຍາສາດ-ເຕັກໂນໂລຊີ, ເພື່ອຮຽນຮູ້ກ່ຽວກັບວັດທະນະທຳ ແລະ ປະຫວັດສາດການພັດທະນາຂອງທ້ອງຖິ່ນຕື່ມອີກ. ກິດຈະກຳການຮຽນຮູ້ຢູ່ນະຄອນຜູເອີໄດ້ຈັດຂຶ້ນໂດຍຫ້ອງການກິດຈະການຊາວຈີນຢູ່ຕ່າງປະເທດ ອໍານາດການປົກຄອງນະຄອນຜູເອີ ແລະ ​ໄດ້ຈັດຂຶ້ນລະຫວ່າງວັນທີ 30 ມິຖຸນາ ​ຫາ ​ວັນທີ 5 ກໍລະກົດນີ້, ເນັ້ນໃສ່ສົ່ງເສີມວັດທະນະທໍາທີ່ເປັນມູນເຊື້ອຂອງຈີນ, ເພີ່ມທະວີການແລກປ່ຽນວັດທະນະທໍາ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ. ນະຄອນຜູເອີມີທີ່ຕັ້ງພູມສັນຖານທີ່ເປັນເອກະລັກ, ມີຊາຍແດນຕິດກັບ ລາວ, ຫວຽດນາມ ແລະ ມຽນມາ, ເປັນປ່ອງຢ້ຽມທີ່ສຳຄັນໃນການແລກ​ປ່ຽນວັດທະນະທຳ.

ຄົນລາວເຊື້ອສາຍຈີນຮຸ່ນໃໝ່ສໍາຜັດມົນສະເໜ່ຂອງວັດທະນະທຳຈີນຢູ່ນະຄອນຜູເອີ