ໄລຍະພັກວັນກຳມະກອນສາກົນ2025, ມູນຄ່າການຈຳຫນ່າຍຂອງວິສາຫະ ກິດຂາຍຍ່ອຍແລະຮ້ານກິນດື່ມສຳຄັນທົ່ວປະເທດຈີນເພີ່ມຂຶ້ນ 6.3%
ກະຊວງການຄ້າຈີນໃຫ້ຮູ້ວ່າ: ໃນໄລຍະພັກວັນກຳມະກອນສາກົນ 2025, ຕະຫຼາດການບໍລິໂພກທົ່ວປະເທດຈີນມີຄວາມຈະເລີນຄຶກຄື້ນ.ອີງຕາມຖານຂໍ້ມູນ ມະຫາສານໃຫຍ່ດ້ານການຄ້າຂອງກະຊວງການຄ້າຈີນໃຫ້ຮູ້ວ່າ,ໃນໄລຍະພັກວັນກຳມະກອນສາກົນ,ມູນຄ່າການຈຳຫນ່າຍຂອງວິສາຫະກິດຂາຍຍ່ອຍແລະຮ້ານກິນດື່ມສຳຄັນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 6.3%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ໃນໄລຍະວັນພັກດັ່ງກ່າວ, ກະຊວງການຄ້າຈີນໄດ້ຕິດຕາມປະເມີນມູນຄ່າ ຈຳຫນ່າຍຂອງວິສາຫະກິດຂາຍຍ່ອຍດ້ານເຄື່ອງໃຊ້ໄຟຟ້າໃນເຮືອນເພີ່ມຂຶ້ນ 15.5%,ລົດຍົນ13.7%ແລະອຸປະກອນໂທລະຄົມ10.5%ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ2024.ກະຊວງການຄ້າຈີນໄດ້ຕິດຕາມປະເມີນມູນຄ່າການ ຈຳຫນ່າຍຜະລິດຕະພັນອັດຊະລິຍະໃຊ້ໃນເຮືອນຂອງເວທີການຄ້າເອເລັກໂຕຼນິກ ໄດ້ເພີ່ມຂຶ້ນ20%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2024.
ການບໍລິໂພກດ້ານການບໍລິການສືບຕໍ່ເພີ່ມຂຶ້ນ,ຕະຫຼາດການກິນດື່ມ ວັດທະ ນະທຳແລະທ່ອງທ່ຽວມີຄວາມຈະເລີນຄຶກຄື້ນ.ອີງຕາມການຕິດຕາມປະເມີນຂອງ ຖານຂໍ້ມູນມະຫາສານກະຊວງການຄ້າຈີນ,ໃນໄລຍະວັນພັກດັ່ງກ່າວ,ມູນຄ່າການຈຳຫນ່າຍ ຂອງວິສາຫະກິດຮ້ານກິນດື່ມທົ່ວປະເທດຈີນໄດ້ເພີ່ມຂຶ້ນ 8.7%ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024.