ການຄົ້ນພົບທາງບູຮານຄະດີ 10 ອັນດັບເລກຂອງຈີນໃນປີ 2024: ສະຖານບູຮານເຫີໂຜສໍ ທີ່ເຂດຈິ້ນໜິງ ແຂວງຢຸນນານ

2025-04-27 17:52:02

ວັນທີ 24 ​ເມສານີ້, ຈີນໄດ້ປະກາດລາຍຊື່ການຄົ້ນພົບທາງບູຮານຄະດີທີ່ຄົ້ນພົບໃໝ່ 10 ອັນດັບເລກຂອງປະເທດຈີນ ໃນປີ 2024, ​ສະຖານບູຮານເຫີໂຜສໍທີ່ເຂດຈິ້ນໜິງ ແຂວງຢຸນນານໄດ້ຖືກຈັດເຂົ້າບັນຊີລາຍຊື່.

ສະຖານບູຮານດັ່ງກ່າວທີ່ຕັ້ງຢູ່ໃນເຂດຈິ້ນໜິງ (ທຽບເທົ່າເມືອງ) ນະຄອນຄຸນໝິງ, ເປັນທົ່ງນາຢູ່ພາກຕາເວັນອອກສຽງໃຕ້ຂອງທະເລສາບຕຽນສື, ເປັນສະຖານບູຮານຊຸມຊົມທີ່ມີຈໍານວນຄົນ ແລະ ວັດທະນະທໍາທີ່ໃຫຍ່ທີ່ສຸດ ໃນຍຸກສະໄໝລາຊະວົງຊາງ ແລະ ລາຊະວົງໂຈ່ວ ຈົນເຖິງລາຊະວົງສິນ ແລະ ລາຊະວົງຮັ້ນ, ທັງຍັງເປັນເຂດໃຈກາງຂອງວັດທະນະທໍາສືຈ້າຍຊານ (ວັດທະນະທໍາຕຽນ, ຕຽນເປັນຊື່ຫຍໍ້ຂອງແຂວງຢຸນນານ) ອີກດ້ວຍ.

ນັບຕັ້ງແຕ່ປີ 2014​ເປັນຕົ້ນມາ, ວຽກງານບູຮານຄະດີໃນເຂດນີ້ໄດ້ຮັບຄວາມສໍາເລັດທີ່ສໍາຄັນ. ມາ​ຮອດປັດຈຸບັນ, ​ໄດ້ຄົ້ນພົບກາສັນຍະລັກຂອງທາງການ ແລະ ເອກະຊົນຫຼາຍກວ່າ 1.900 ໜ່ວຍ ​ແລະ ​ແຜ່ນບັນທຶກດ້ວຍໄມ້ໄຜ່ 50.000 ກວ່າແຜ່ນ, ​ໃນນັ້ນ​ແຜ່ນບັນທຶກດ້ວຍໄມ້ໄຜ່ທີ່ມີອັກສອນ 5.000 ກວ່າແຜ່ນ, ໄດ້ບັນທຶກເນື້ອໃນຫຼາຍຢ່າງ​ເຊັ່ນ: ຂອບເຂດປົກຄອງການເມືອງ, ຕຳແໜ່ງລາຊະການ, ລະບົບພາສີ, ສາຍສໍາພັນຂອງປະຊາຊົນບັນດາເຜົ່າ. ສະຖານບູຮານເຫີໂຜສໍ ເປັນທັງເມືອງຫຼວງຂອງອານາຈັກຕຽນບູຮານ ແລະ ເປັນທັງເມືອງປົກຄອງ ອີ້ໂຈ່ວໃນສະໄໝບູຮານ, ເຊິ່ງເປັນພະຍານເຖິງຂະບວນການທາງປະຫວັດສາດຂອງການປ່ຽນຜ່ານຂອງຢຸນນານຈາກຫຼາຍວັດທະນະທໍາໄປສູ່ຄວາມເປັນເອກະພາບອັນຍິ່ງໃຫຍ່.

ການຄົ້ນພົບທາງບູຮານຄະດີ 10 ອັນດັບເລກຂອງຈີນໃນປີ 2024: ສະຖານບູຮານເຫີໂຜສໍ ທີ່ເຂດຈິ້ນໜິງ ແຂວງຢຸນນານ