ຈັດງານແລກປ່ຽນລະບຽງວັດທະນະທຳຈີນ-ກຳປູເຈຍ ຢູ່ພະນົມເປັນປະເທດກຳປູເຈຍ
ວັນທີ 22 ເມສານີ້, ງານການແລກປ່ຽນລະບຽງວັດທະນະທຳຈີນ-ກຳປູເຈຍ ພາຍໃຕ້ຫົວຂໍ້ “ຖອດຖອນບົດຮຽນເຊິ່ງກັນແລະກັນ --- ສໍາຜັດອາລະຍະທໍາ”ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ເຊິ່ງຈັດຂຶ້ນຮ່ວມກັນໂດຍສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ແຂວງຢຸນນານ ແລະ ກະຊວງວັດທະນະທໍາສິລະປະກໍາປູເຈຍ.
ໃນພິທີເປີດງານດັ່ງກ່າວ, ນັກສະແດງຂອງທັງສອງປະເທດໄດ້ສະແດງການຟ້ອນລໍາອວຍພອນແບບກຳປູເຈຍ, ການຟ້ອນແອວລາຍຢຸນນານ ຈີນ, ລວມທັງໄດ້ຈັດການເດີນແບບທີ່ນຸ່ງຊຸດອາພອນປະເພນີຂອງສອງປະເທດ. ໃນງານຍັງໄດ້ວາງສະແດງຜະລິດຕະພັນວັດທະນະທຳ ແລະ ກິດຈະກໍາສໍາຜັດການຂຽນໜັງສືໃບລານ, ການຂຽນຕົວອັກສອນດ້ວຍພູ່ກັນ ແລະ ການຫຼິ້ນເຄື່ອງດົນຕີພື້ນເມືອງ ເປັນຕົ້ນ.
ນັບຕັ້ງແຕ່ເປີດຕົວໃນເດືອນສິງຫາ 2024 ເປັນຕົ້ນມາ, ລະບຽງວັດທະນະທໍາຈີນ-ກໍາປູເຈຍ ທີ່ສະໜາມບິນສາກົນອັງກໍວັດ ໄດ້ຈັດງານວາງສະແດງ 2 ຄັ້ງ, ເຊິ່ງໄດ້ນໍາໃຊ້ພື້ນທີ່ຕ່າງໆໃນຂອບເຂດຂາເຂົ້າ-ຂາອອກຂອງສະໜາມບິນ ເພື່ອໂຄສະນາວັດທະນະທໍາຈີນ ແລະ ກໍາປູເຈຍ ໂດຍຜ່ານຮູບພາບ ແລະ ວາງສະແດງວັດຖຸບູຮານສະຖານ, ມີນັກທ່ອງທ່ຽວຫຼາຍກວ່າ 800.000 ຄົນຈາກທົ່ວໂລກໄດ້ຍ່າງຊົມ ລະບຽງວັດທະນະທໍາຈີນ-ກໍາປູເຈຍ ແລະ ສໍາຜັດກັບວັດທະນະທໍາຈີນ ແລະ ກໍາປູເຈຍ.
ແຫຼ່ງຂໍ້ມູນ: ໜັງສືພິມລາຍວັນຢຸນນານ