ໜ່ວຍກູ້ໄພຂອງຈີນໄດ້ຊ່ວຍກອບກູ້ຜູ້ລອດຊີວິດ 6 ຄົນ
2025-04-01 11:21:57
ນັບມາຮອດເວລາ 22 ໂມງ ວັນທີ 31 ມີນານີ້ ຕາມເວລາທ້ອງຖິ່ນ, ແຜ່ນດິນໄຫວຮຸນແຮງຢູ່ມຽນມາໄດ້ເຮັດໃຫ້ 2.065 ຄົນເສຍຊີວິດ, ບາດເຈັບ 3.900 ຄົນ ແລະ 270 ຄົນຫາຍສາບສູນ. ສະຖານທູດຈີນປະຈຳມຽນມາໄດ້ຢືນຢັນ ມາຮອດເວລາ 17 ໂມງ ວັນທີ 31 ມີນາ ນີ້ວ່າ: ມີຊາວຈີນ 3 ຄົນ ເສຍຊີວິດ ແລະ14 ຄົນ ໄດ້ຮັບບາດເຈັບຈາກເຫດການແຜ່ນດິນໄຫວໃນຄັ້ງນີ້. ໜ່ວຍກູ້ໄພຂອງຈີນໄດ້ເດີນທາງໄປຮອດເມືອງມັນດາເລປະເທດມຽນມາທີ່ປະສົບໄພຢ່າງໜັກໜ່ວງ ແລະ ຊ່ວຍກອບກູ້. ມາຮອດປັດຈຸບັນ, ໜ່ວຍກູ້ໄພຂອງຈີນໄດ້ກອບກູ້ຜູ້ລອດຊີວິດທັງໝົດ 6 ຄົນຢູ່ມຽນມາ.