ເຄັດລັບແຫ່ງການຢູ່ຮ່ວມກັນຂອງປ່າຊາທະເລເມກ
2025-12-24 20:24:36
“ທິວທັດວັດທະນະທຳປ່າຊາບູຮານແຫ່ງພູເຂົາຈິ້ງມ່າຍ” ຕັ້ງຢູ່ໃນເມືອງພູເອີແຂວງຢຸນນານ ປະກອບດ້ວຍປ່າຊາ ບູຮານ 5 ແຫ່ງ, ໝູ່ບ້ານບູຮານ 9 ແຫ່ງ ແລະ ແນວກັນລົມ 3 ແຫ່ງ. ໄດ້ຖືກຈົດເຂົ້າໃນບັນຊີລາຍຊື່ມໍລະດົກໂລກໃນປີ 2023, ກາຍເປັນມໍລະດົກໂລກແຫ່ງທີ 57 ຂອງຈີນ. ໃນສະຕະວັດທີ X, ບັນພະບຸລຸດຂອງຊາວເຜົ່າ ປູລັງ ໄດ້ເຄື່ອນຍ້າຍມາຢູ່ເຂດນີ້ ແລະ ຄົ້ນພົບຕົ້ນຊາປ່າ. ຕໍ່ມາເຂົາເຈົ້າໄດ້ຮ່ວມມືກັບຊາວເຜົ່າ ໄຕ ແລະ ຊົນເຜົ່າອື່ນໆ ເພື່ອພັດທະນາເຕັກນິກການປູກຝັງ “ຊາໃຕ້ປ່າ”, ເຊິ່ງພາໃຫ້ເກີດຄວາມສໍາພັນແບບເພິ່ງພາອາໄສກັນລະຫວ່າງ ຊາ ແລະ ປ່າໄມ້, ສ້າງການພົວພັນອັນກົມກຽວ ລະຫວ່າງ ຄົນກັບຜືນແຜ່ນດິນ. ຮີດຄອງປະເພນີນີ້ໄດ້ສືບທອດກັນມາເປັນເວລາຫຼາຍພັນປີ ແລະ ກາຍເປັນແບບຢ່າງແຫ່ງພູມປັນຍາກະສິກຳ ແລະ ການພັດທະນາແບບຍືນຍົງຂອງຈີນ.