ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນຊູຈິງແຂວງຢຸນນານໃນວັນທີ 27 ທັນວາ
ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 7 ຈະຈັດຂຶ້ນຢູ່ເມືອງຊູຈິງແຂວງຢຸນນານແຕ່ວັນທີ 27 ພະຈິກ ຫາວັນທີ 1 ທັນວາ 2025. ກິດຈະກຳຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ມຸມມອງສາກົນກ່ຽວກັບຮູບເງົາທຳມະຊາດ ແລະ ມະນຸດສາດ”,ໄດ້ກຳນົດເປັນ 9 ພາກໃຫຍ່, ເຊິ່ງກວມເອົາພິທີເປີດຕົວ, ງານວາງສະແດງຮູບເງົາເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການສົນທະນາແລກປ່ຽນຮູບເງົາ, ການແລກປ່ຽນຂອງຊາວໜຸ່ມ, ຫ້ອງບັນຍາຍຮູບເງົາ, ການສົ່ງເສີມໂຄງການຮູບເງົາ, ຕະຫຼາດວັດທະນະທຳຮູບເງົາ, ກິດຈະກຳສ້າງສັນ ແລະ ອື່ນໆ, ກິດຈະກໍາຈະ ສຸມໃສ່ປຶກສາຫາລືກ່ຽວກັບຄວາມເຊື່ອໝັ້ນຕົນເອງດ້ານວັດທະນະທຳຮູບເງົາ, ການຮ່ວມມືສາກົນ ແລະ ນະວັດຕະກຳອຸດສາຫະກຳ. ເພື່ອສະແດງໃຫ້ເຫັນເຖິງສະເໜ່ທີ່ຫຼາກຫຼາຍຂອງວັດທະນະທຳຮູບເງົາພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຮອບດ້ານ.
ໃນຖານະເປັນເວທີທີ່ສຳຄັນໃນການແລກປ່ຽນຮູບເງົາລະຫວ່າງບັນດາປະເທດໃນເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢ່າງສຳເລັດຜົນມາແລ້ວເຖິງ 6 ຄັ້ງ ນັບແຕ່ສ້າງຕັ້ງຂຶ້ນໃນປີ 2016,ແລະໄດ້ຖືກຈັດເຂົ້າໃນໂຄງການສົ່ງອອກວັດທະນະທຳແຫ່ງຊາດທີ່ສຳຄັນຂອງຈີນໃນປີ 2025-2026. ໃນຕະຫຼອດຫຼາຍປີຜ່ານມາ, ມັນໄດ້ດຶງດູດການເຂົ້າຮ່ວມຂອງສະຖາບັນຮູບເງົາແລະໂທລະພາບຫຼາຍກວ່າ 100 ແຫ່ງໃນ 10 ກວ່າປະເທດ, ນໍາສະເໜີ ແລະ ສາຍຮູບເງົາຫຼາຍກວ່າ 120 ເລື່ອງ, ເຊິ່ງໄດ້ຊຸກຍູ້ການຮ່ວມມືຮູບເງົາແລະໂທລະພາບຂ້າມຊາດຈຳນວນຫຼາຍ.
ເນື້ອໃນຂອງສັບປະດາຮູບເງົາຄັ້ງນີ້ແມ່ນມີຈຸດເດັ່ນຫຼາຍ. ໃນສ່ວນຂອງການສາຍຮູບເງົາການຄັດເລືອກໜ່ວຍວາງສະແດງລວມມີຮູບເງົາເປີດຂອງຈີນ“ພຽງແຕ່ສີຂຽວນີ້” ແລະ ຮູບເງົາດີເດັ່ນ 20 ເລື່ອງຂອງປະເທດເຂດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງເຊັ່ນ: “ເຈົ້າສາວ” ຈາກຫວຽດນາມ, “ຫົວໃຈຂອງຄູອາຈານ”ຈາກລາວ, “ການຊີງຕໍາແໜ່ງພໍ່ຄົວເອກ” ຈາກໄທ, ເຊິ່ງຈະສຸມໃສ່ສະແດງ 40 ເລື່ອງຢູ່ 7 ໂຮງລະຄອນໃນເມືອງຊູຈິງ, ບາງຮອບສາຍມີການຖາມ-ຕອບແລກປ່ຽນກັບຜູ້ສ້າງຮູບເງົາດ້ວຍ.
ຕະຫຼາດວັດທະນະທຳຮູບເງົາມີຮ້ານວາງສະແດງຫຼາຍກວ່າ 50 ຮ້ານເພື່ອເຕົ້າໂຮມຜະລິດຕະພັນທາງວັດທະນະທຳ ແລະ ສ້າງສັນຂອງອາຊີຕາເວັນອອກສ່ຽງໃຕ້ແລະທ້ອງຖິ່ນ, ກິດຈະກຳສ້າງສັນເຫຼົ່ານີ້ຈະນໍາພານັກສ້າງຮູບເງົາຈາກຫຼາກຫຼາຍປະເທດຢ້ຽມຊົມສະຖານທີ່ຕ່າງໆເຊັ່ນ: ປ່າຊາຍຫຼາກສີສັນ, ເຂດຖູກວ່າຊຸງແລະສະຖານທີ່ອື່ນໆເພື່ອຊຸກຍູ້ການເຊື່ອມໂຍງຮູບເງົາໂທລະພາບແລະການທ່ອງທ່ຽວດ້ານວັດທະນະທຳ.