ເບິ່ງແມະ! ຢູ່ຕີນພູຫິມະ, ລູກລີງທອງຢຸນນານກຳລັງຫຼິ້ນຢູ່

2025-12-04 18:15:41

ເມື່ອບໍ່ດົນມານີ້, ສະຖານທີ່ເບິ່ງລີງຢູ່ສວນອຸທິຍານແຫ່ງຊາດ ລີງທອງຢຸນນານຊຽງເກີລີລາເມືອງເວີຍຊີ ກິ່ງແຂວງຕີຊີງແຂວງຢຸນນານ, ລູກລີງທອງຢຸນນານທີ່ຫາກໍ່ເກີດໃໝ່ແມ່ນມີຄວາມກະຕືລືລົ້ນເປັນພິເສດ, ພວກມັນມັກປີນຂຶ້ນຕົ້ນໄມ້, ແລ່ນແລະຫຼິ້ນຢ່າງສະໜຸກສະໜານ, ຮູບຮ່າງທີ່ກະຊັບແລະໜ້າຮັກຂອງພວກມັນດຶງດູດນັກຖ່າຍຮູບແລະນັກທ່ອງທ່ຽວຈໍານວນຫຼວງຫຼາຍໃຫ້ຢຸດແລະຊົມເບິ່ງ. ອີງຕາມພະນັກງານແນະນຳວ່າ, ປັດຈຸບັນມີລີງທອງຢຸນນານປະມານ 2,600 ໂຕອາໄສຢູ່ໃນສວນອຸດທິຍານແຫ່ງຊາດແຫ່ງນີ້. ສະເພາະປີນີ້, ມີລູກລີງທອງຢຸນນານເກີດໃໝ່ທີ່ໜ້າຮັກເຖິງ 11 ໂຕ.

ເບິ່ງແມະ! ຢູ່ຕີນພູຫິມະ, ລູກລີງທອງຢຸນນານກຳລັງຫຼິ້ນຢູ່