ລາຍການພາສາມື | ເທດສະການປາສັກສິດເມືອງລຽນ
2025-06-11 15:54:02
ຢູ່ເມືອງປົກຄອງຕົນເອງເຜົ່າລື້-ເຜົ່າລາຫູ ແລະ ເຜົ່າວ້າ ເມືອງລຽນ ນະຄອນຜູເອີ ແຂວງຢຸນນານ, ເທດສະການຫາປາບ້ານນາວົງ ໄດ້ຮັບຄວາມສົນໃຈຈາກຜູ້ຄົນເປັນຢ່າງຍິ່ງ. ຕາມຕໍານານເລົ່າຂານກັນວ່າ, “ປາສັກສິດ” ໄດ້ນຳເອົາອາຫານ ແລະ ຄວາມຫວັງມາໃຫ້ບັນພະບຸລຸດປະຊາຊົນເຜົ່າລື້ໃນສະໄໝບູຮານ, ສະນັ້ນຄົນໄທລື້ຈຶ່ງໄດ້ຈັດງານບຸນນີ້ໃນລະຫວ່າງເດືອນເມສາ ຫາ ພຶດສະພາຂອງທຸກໆປີ.
ວັນທີ 3 ພຶດສະພາປີນີ້, ເທດສະການປາສັກສິດບ້ານນາວົງເມືອງລຽນຄັ້ງທີ 19 ໄດ້ເປີດສາກຢ່າງເປັນທາງການ, ໃນພິທີເປີດງານຜູ້ຄົນມາຈາກທົ່ວທຸກສາລະທິດໄດ້ນຸ່ງຊຸດປະເພນີ ແຫ່ຂະບວນຮອດສະໜາມນາວົງ, ພ້ອມທັງຮ້ອງເພງ ແລະ ເຕັ້ນລຳ. ຈາກນັ້ນໄດ້ຈັດພິທີໄຫວ້ ຖວາຍເຄື່ອງບູຊາ, ເພື່ອຂໍໃຫ້ປາໃນແມ່ນ້ຳເພາະພັນຫຼາຍຂຶ້ນ ແລະ ມີຟ້າຝົນລົມດີ.