ລາຍການພາສາມື | ບຸນຫົດນ້ຳຂອງນະຄອນມາງສື ສ້າງຄວາມກະຕືລືລົ້ນຂອງເມືອງຊາຍແດນ
2025-04-25 17:39:14
ນະຄອນມາງສື ກິ່ງແຂວງປົກຄອງຕົນເອງເຜົ່າລື້-ເຜົ່າຈິງໂພ ເຕີຫົງ ແຂວງຢຸນນານ ຕັ້ງຢູ່ຕາເວັນຕົກສ່ຽງໃຕ້ຂອງຈີນ ມີຊາຍແດນຕິດກັບມຽນມາ. ແຕ່ວັນທີ 11 ຫາວັນທີ 13 ເມສານີ້, ນະຄອນມາງສື ໄດ້ຈັດງານສະເຫຼີມສະຫຼອງບຸນຫົດນໍ້າ. ປະຊາຊົນບັນດາເຜົ່າຄື: ເຜົ່າລື້, ເຜົ່າຈິງໂພ, ເຜົ່າອາຊາງໄດ້ນຸ່ງຊຸດປະເພນີ ພ້ອມກັບ ນັກທ່ອງທ່ຽວຈາກທົ່ວສີ່ທັງ ໄດ້ຮ່ວມກັນຈັດງານບຸນວັດທະນະທຳຊົນເຜົ່າທີ່ອາລັງການທີ່ສຸດ. ໃນສະຖານທີ່ໄດ້ຈັດກິດຈະກໍາ ຕ່າງໆ ເຊັ່ນ: ການເກັບດອກໄມ້ເພື່ອອວຍພອນ, ຮັບປະທານອາຫານສາມັກຄີຕາມຖະໜົນ, ແຫ່ຂະບວນວັດທະນະທຳຊົນເຜົ່າ, ຫຼິ້ນນ້ຳ, ຟ້ອນລໍາ ແລະ ການແລ່ນເຄິ່ງມາຣາທອນພາຍໃຕ້ຫົວຂໍ້ບຸນຫົດນໍ້າ,ເຮັດໃຫ້ເມືອງແຫ່ງນີ້ເຕັມໄປດ້ວຍປັນຍາກາດຝົດຟື້ນ.