ລາຍການພາສາມື | ການຜະລິດເຈ້ຍຂອງໄທລື້
2025-04-11 21:57:53
ເຈ້ຍໄທລື້ ທີ່ເຮັດດ້ວຍມື ຖືກເອີ້ນເປັນ ສິ່ງດຶກດຳບັນທີ່ມີຊີວິດຂອງສິລະປະການຜະລິດເຈ້ຍ, ເປັນຄວາມພາກພູມໃຈຂອງວັດທະນະທຳດັ້ງເດີມເຜົ່າລື້, ປະຊາຊົນໄທລື້ທີ່ເຊື່ອຖືສາສະໜາພຸດ, ຕົ້ນຕໍແມ່ນນຳໃຊ້ ເຈ້ຍໄທລື້ມາຂຽນບົດສວດ. ການຜະລິດເຈ້ຍດ້ວຍມື ກໍໄດ້ຮັບການສືບທອດໃນກຸ່ມປະຊາຊົນໄທລື້ຈາກລຸ້ນສູ່ລຸ້ນຄຽງຄູ່ກັບສາສະໜາພຸດ. ຢູ່ວັດມາງຕາວ (Mangdao) ຕາແສງຢົງຜິງ (Yongping), ຍັງຄົງໄດ້ຮັກສາ ສິລະປະຝີມືການຜະລິດເຈ້ຍດ້ວຍມື ຢ່າງຄົບຖ້ວນສົມບູນ.