ງານລາຕີກຽດສັກສີເວທີກິລາຂອງ CMG ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ
ວັນທີ 22 ທັນວານີ້, ງານລາຕີກຽດສັກສີເວທີກິລາຂອງວິທະຍຸ-ໂທລະພາບສູນກາງຈີນ ຫຼື CMG 2025 ໄດ້ຈັດຂຶ້ນຢູ່ສູນລອຍນ້ຳແຫ່ງຊາດທີ່ນະຄອນຫຼວງປັກກິ່ງ. ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG, ທ່ານກາວຈື້ຕ່ານ ຫົວໜ້າອົງການກິລາແຫ່ງຊາດຈີນໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ, ທ່ານນາງເຄີສຕີ ໂຄເວນທຣີ ປະທານຄະນະກຳມະການໂອລິມປິກສາກົນໄດ້ກ່າວຄຳຊົມເຊີຍຜ່ານທາງວີດີໂອ ໂດຍສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກິດຈະກຳຄັ້ງນີ້ຢ່າງປະສົບຜົນສຳເລັດ.
ສຳລັບພາລະກິດການກິລາຂອງຈີນແລ້ວ, ປີ 2025 ເປັນປີສຳຄັນທີ່ສືບເນື່ອງອັນກ່ອນຕໍ່ໃສ່ອັນໃໝ່ ແລະ ພັດທະນາເຂົ້າສູ່ລວງເລິກ. ໃນງານລາຕີກຽດສັກສີເວທີກິລາຂອງ CMG ໄດ້ທົບທວນຄືນໝາກຜົນອັນໂດດເດັ່ນ ແລະ ເລື່ອງລາວທີ່ຈັບໃຈຄົນທັງຫຼາຍຂອງເວທີກິລາຈີນໃນ 1 ປີຜ່ານມາ. ໃນກິດຈະກຳໄດ້ມີນັກກິລາອາວຸໂສທີ່ມີຊື່ສຽງໂດ່ງດັງ ແລະ ນັກກິລາໜ້າໃໝ່ເຂົ້າຮ່ວມ, ໄດ້ດຳເນີນການເສວະນາແຫ່ງຍຸກສະໄໝ ກ່ຽວກັບຄວາມຝັນ, ການບຸກບືນສູ້ຊົນ ແລະ ການສືບທອດໃນວົງການກິລາ ດ້ວຍຮູບແບບການສົນທະນາທີ່ອີງໃສ່ສະຖານະການ, ການແບ່ງປັນບົດຮຽນຜ່ານການໃຫ້ສຳພາດ, ການສະແດງສິລະປະວັນນະຄະດີ ແລະອື່ນໆ ເຊິ່ງໄດ້ບັນລະຍາຍເນື້ອໃນອັນເລິກເຊິ່ງແຫ່ງການສືບທອດຈິດໃຈການແຂ່ງຂັນກິລາຂອງຈີນຢ່າງມີຊີວິດຊີວາ.