ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາກາວ​ໃນ​ພາກ​ໃຕ້​ຂອງ​ຈີນ​ສຸມ​ກຳ​ລັງ​ສ້າງເຂດ​ປະ​ດິດ​ສ້າງ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ

ແຫຼ່ງຂ່າວ:CGTN   |    2025-12-24 20:17:17

“ມື” ຂອງ​ຫຸ່ນ​ຍົນ​ສາ​ມາດ​ຈັບ​ເອົາບານ​ລູນຫຼື ໄຂ່​ໄກ່​ໂດຍບໍ່​ແຕກ, ຜົນ​ສຳ​ເລັດ​​ດ້ານການ​ຄົ້ນ​ຄວ້າ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ນີ້ ໄດ້​ຖືກ​ພັດ​ທະ​ນາ​ເປັນ​ອຸດ​ສາ​ຫະ​ກຳ​ຢູ່​ນະ​ຄອນ​ເສີນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ.

ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ຈີນ ປະ​ກອບ​ມີເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​​ກາວ ​ແລະ 9 ຕົວ​ເມືອງຂອງ​ແຂວງກວາງ​ຕຸ້ງ​ເຊັ່ນ ນະ​ຄອນກວາງ​ໂຈ່ວ ແລະ ນະ​ຄອນ​​ເສີນ​ເຈີ້ນ​ເປັນ​ຕົ້ນ ​ມີ​ເນື້ອ​ທີ່​ທັງ​ໝົດ 56.000 ກິ​ໂລ​ຕາ​ແມັດ. ປີ 2024, ເຂດ​ອ່າວ​ໃຫຍ່​ດັ່ງ​ກ່າວ​ມີ​ປະ​ຊາ​ກອນອາ​ໄສ​ຫຼາຍກວ່າ 87 ລ້ານ​ຄົນ, ໄດ້​ສ້າງຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ທີ່ກວມ​ເອົາ​ທົ່ວ​ປະ​ເທດ​ 1 ສ່ວນ​ 9 ດ້ວ​ຍ​ເນື້ອ​ທີ່​ບໍ່​ຮອດ 0,6% ຂອງ​ເນື້ອ​ທີ່ດິນ​ແດນທັງ​ໝົດຂອງ​ຈີນ.

ຂົວ​ຮົງ​ກົງ-ຈູ່​ໄ​ຫ-ມາ​ກາວທີ່​ເຊື່ອມ​ຕໍ່​​ເຂດ​ບໍ​ລິ​ຫານ​ພິ​ເສດຮົງ​ກົງ, ​​ເຂດ​ບໍ​ລິ​ຫານ​ພິ​ເສດມາ​​ກາວ ແລະ ແຂວງກວາງ​ຕຸ້ງ​ຂອງ​ຈີນ.

ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​​ກາວແມ່ນ​ໜຶ່ງ​ໃນ​ເຂດ​​ແຄວ້ນທີ່​ມີ​ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ສູງ​ທີ່​ສຸດ ແລະ ມີພະ​ລັງ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ​ທີ່​​ເຂັ້ມ​ແຂງ​ທີ່​ສຸດຂອງ​ຈີນ​. ລະ​ບົບອຸດ​ສາ​ຫະ​ກຳທີ່​ຄົບ​ຖ້ວນ​ສົມ​ບູນຂອງ​ເຂດ​ດ້ານ​ໃນ (ດິນ​ແດນ​ປະ​ເທດ​ຈີນ​ທີ່​ບໍ່​ລວມ​ເຖິງ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ)​ກຳ​ລັງ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ກັບຂະ​ແໜງ​ການ​ບໍ​ລິ​ການ​ທີ່​ທັນ​ສະ​ໄໝ, ຂະ​ແໜງ​ການ​ເງິນ ແລະ ຊັບ​ພະ​ຍາ​ກອນ​ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ​ຂອງ​ຮົງ​ກົງ ແລະ ມາ​ກາວ. ປັດ​ຈຸ​ບັນ, ທຸກໆ​ 2 ຊົ່ວ​ໂມງ, ສິດ​ທິ​ບັດ​ທີ່​ມີ​ມູນ​ຄ່າ​ສູງ​ລາຍ​ການ​ໜຶ່ງ​ຈະ​ບັນ​ລຸຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​​ຢູ່​ເຂດ​ອ່າວ​ໃຫຍ່ ແລະ ຈະ​ເຊື່ອມ​ຕໍ່​ກັບ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຕໍ່​ຍອດຢ່າງວ່ອງ​ໄວ.

ປັດ​ຈຸ​ບັນ, ​ອຸດ​ສາ​ຫະ​ກຳ​ທີ່​ຈະ​ເລີນ​ໃໝ່​ຢູ່ເຂດ​ອ່າວ​ໃຫຍ່​ກຳ​ລັງ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ອຸດ​ສາ​ຫະ​ກຳ​ປັນ​ຍາ​ປະ​ດິດ​ແກນ​ກາງ​ມີ​ຂະ​ໜາດຫຼາຍກວ່າ 220 ຕື້ຢວນ ແລະ 9 ກຸ່ມ​ອຸດ​ສາ​ຫະ​ກຳ​ລະ​ດັບພັນ​ຕື້ຢວນ​ໄດ້​ສ້າງ​ພື້ນ​ຖານ​ທີ່​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ປີ 2025, “ກຸ່ມປະ​ດິດ​ສ້າງ​ເສີນ​ເຈີ້ນ-ຮົງ​ກົງ-ກວາງ​ໂຈ່ວ” ຖືກ​ຈັດ​ຢູ່​ອັນ​ດັບໜຶ່ງ​ຂອງ​ບັນ​ຊີ​ລາຍ​ຊື່ “100 ກຸ່ມ​ປະ​ດິດ​ສ້າງສຸດຍອດ​ໃນ​ໂລກ” ເປັນ​ຄັ້ງ​ທຳ​ອິດ.

ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາກາວ​ໃນ​ພາກ​ໃຕ້​ຂອງ​ຈີນ​ສຸມ​ກຳ​ລັງ​ສ້າງເຂດ​ປະ​ດິດ​ສ້າງ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ