ຈັດກອງປະຊຸມສາກົນກ່ຽວກັບການປາບປາມການຫຼອກລວງທາງໂທລະຄົມຢູ່ບາງກອກ

ແຫຼ່ງຂ່າວ:CGTN   |    2025-12-19 18:49:24

ກອງປະຊຸມສາກົນກ່ຽວກັບການປາບປາມການຫຼອກລວງທາງໂທລະຄົມທົ່ວໂລກຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທລະຫວ່າງວັນທີ 17 ຫາ 18 ທັນວານີ້ ໂດຍມີຈຸດປະສົງເພື່ອຮຽກຮ້ອງໃຫ້ປະຊາຄົມໂລກເລັ່ງລັດປະສານງານກັນເພື່ອພ້ອມກັນຮັບມືກັບການຫຼອກລວງທາງໂທລະຄົມທີ່ນັບມື້ນັບຮ້າຍແຮງຂຶ້ນ.

ກອງປະຊຸມເທື່ອນີ້ລິເລີ່ມໂດຍໄທ ແລະ ຮ່ວມເປັນເຈົ້າພາບໂດຍລັດຖະບານໄທ ແລະ ສຳນັກງານວ່າດ້ວຍຢາເສບຕິດ ແລະ ກໍ່ອາຊະຍາກຳອົງການສະຫະປະຊາຊາດ.ຜູ້ແທນ 330 ກວ່າທ່ານທີ່ມາຈາກ 60 ປະເທດ,ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ 5 ແຫ່ງໄດ້ເຂົ້າຮ່ວມປະຊຸມ.ຈີນ,ອິນໂດເນເຊຍ,ຫວຽດນາມ,ມຽນມາ ແລະ ລາວກໍ່ໄດ້ສົ່ງຜູ້ແທນລະດັບກະຊວງເຂົ້າຮ່ວມກອງປະຊຸມຄັ້ງນີ້.

ໃນເວລາກ່າວຄຳປາໄສ,ທ່ານອະນຸທິນ ຊານວີຣະກູນ ຮັກສາການນາຍົກລັດຖະມົນຕີໄທກ່າວວ່າ,ໄທກະກຽມດຳເນີນການຮ່ວມມືກັບປະເທດຕ່າງໆ ແລະ ຝ່າຍທີ່ກ່ຽວຂ້ອງໃນທຸກເວລາ ເພື່ອປາບປາມການຫຼວກລວງທາງໂທລະຄົມໃນຂອບເຂດທົ່ວໂລກຢ່າງແທ້ຈິງ.

ຈັດກອງປະຊຸມສາກົນກ່ຽວກັບການປາບປາມການຫຼອກລວງທາງໂທລະຄົມຢູ່ບາງກອກ