ຈີນຕອບໂຕ້ຄວາມຄິດເຫັນທາງລົບກ່ຽວກັບການປະທະກັນລະຫວ່າງກຳປູເຈຍ-ໄທ: ຝ່າຍທີ່ກ່ຽວ ຂ້ອງຄວນຫຼີກລ່ຽງການຄາດເດົາຕາມໃຈ

ວັນທີ 18 ທັນວານີ້, ທ່ານ ຈຽງປິ່ນ ໂຄສົກກະຊວງປ້ອງກັນປະເທດຈີນ ໄດ້ຕອບຄໍາຖາມນັກຂ່າວກ່ຽວກັບຄວາມຄິດເຫັນທາງລົບທີ່ມີຕໍ່ຈີນໃນການປະທະກັນລະຫວ່າງກຳປູເຈຍ-ໄທ.
ທ່ານຈຽງປິ່ນກ່າວວ່າ: ເປັນເວລາດົນນານມານີ້, ຈີນໄດ້ດໍາເນີນການຮ່ວມມືດ້ານການປ້ອງກັນປະເທດກັບກໍາປູເຈຍແລະໄທ ລວມທັງການຄ້າຍຸດໂທປະກອນ. ການຮ່ວມມືດັ່ງກ່າວບໍ່ໄດ້ແນໃສ່ຝ່າຍທີສາມ, ສອດຄ່ອງກັບກົດໝາຍສາກົນແລະຫຼັກປະຕິບັດສາກົນຢ່າງເຕັມທີ່, ຍິ່ງບໍ່ກ່ຽວກັບການປະທະກັນຢູ່ເຂດຊາຍແດນລະຫວ່າງກໍາປູເຈຍ-ໄທ. ພວກເຮົາຫວັງວ່າຝ່າຍທີ່ກ່ຽວຂ້ອງຈະບໍ່ຕີຄວາມໝາຍດ້ວຍການຄາດເດົາຕາມໃຈ ແລະ ປ່າວຂ່າວທີ່ມີເຈຕະນາບໍ່ດີ. ໃນຖານະເປັນປະເທດໃກ້ຄຽງມິດຕະພາບຮ່ວມຂອງກຳປູເຈຍແລະໄທ, ຈີນມີຄວາມເປັນຫ່ວງເປັນໃຍສູງຕໍ່ການປະທະກັນຢູ່ເຂດຊາຍແດນລະຫວ່າງກໍາປູເຈຍ-ໄທ, ແລະຮູ້ສຶກເສຍໃຈຢ່າງສຸດຊຶ້ງຕໍ່ການເສຍຊີວິດແລະບາດເຈັບຂອງປະຊາຊົນສອງຊາດຈາກການປະທະກັນດັ່ງກ່າວ. ຈີນກໍາລັງແລະຈະສືບຕໍ່ຊຸກຍູ້ການເຈລະຈາສັນຕິພາບ ເພື່ອເສີມຂະຫຍາຍບົດບາດທີ່ສ້າງສັນໃນການຊຸກຍູ້ໃຫ້ກໍາປູເຈຍ-ໄທຢຸດຍິງ ແລະ ສ້າງສັນຕິພາບຄືນໃໝ່ໂດຍໄວ.