​ທ່ານ​ ສົມ​ພອນ ສີ​ຈະ​ເລີນ ກ່າວ​ວ່າ: ກ​າ​ນ​ພັດ​ທະ​ນາ​ຂອງຈີນ​ເປັນແຮງຂັບເຄື່ອນ ແລະ ​ມີ​ຄວາມ​ໝາຍ​ສຳ​ຄັນໃຫ້ແກ່​ໂລກ

ແຫຼ່ງຂ່າວ:CGTN   |    2025-12-09 16:09:22

ເນື່ອງ​ໃນ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ ສ​ປ​ປ ລາວ​ຄົບ​ຮອບ 50 ປີ, ວິ​ທະ​ຍຸ​ໂທ​ລະ​ພາບສູນ​ກາງ​ຈີນ ຫຼື CMG ໄດ້​ສຳ​ພາດທ່ານ ສົມ​ພອນ ​ສີ​ຈະ​ເສີນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ປ ຈີນ. ທ່ານ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ໝາກ​ຜົນຂອງລາວ ແລະການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງຈີນ-ລາວໃນຕະ​ຫຼອດ​ໄລ​ຍະ 50 ປີ​ມານີ້.

ທ່ານ ສົມ​ພອນ ສີ​ຈະ​ເລີນ ກ່າວ​ວ່າ: ໃນເຄິ່ງສະຕະວັດຜ່ານມາ, ສ​ປ​ປ ລາວ ພວກເຮົາໄດ້ສ້າງພື້ນຖານອັນໜັກແໜ້ນຫຼາຍດ້ານທີ່ມີລັກສະນະພົ້ນເດັ່ນ, ປະຊາຊົນລາວບັນດາເຜົ່າ ມີສິດເສລີພາບທີ່ແທ້ຈິງ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບມີຄວາມສາມັກຄີປຸ້ມລຸມປອງດອງ, ວັດທະນະທຳສັງຄົມຂອງຊາດໄດ້ຮັບການຟື້ນຟູ, ໂສມໜ້າຂອງປະເທດຊາດມີການປ່ຽນແປງໃຫຍ່ຫຼວງຮອບດ້ານ. ພ້ອມ​ດຽວ​ກັນ​ນັ້ນ, ຖານະບົດ​ບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະສາກົນ​ກໍໄດ້ຮັບການຍົກສູງຂຶ້ນ, ປັດຈຸບັນ​, ສ​ປ​ປ ລາວໄດ້ມີການພົວພັນ​ທາງ​ການ​ທູດກັບ 151 ປະເທດ ​ແລະ​ເປັນສະມາຊິກຂອງອົງການຈັດຕັ້ງສາກົນຫຼາຍກວ່າ 40 ອົງການ.

ທ່ານ ສົມ​ພອນ ສີ​ຈະ​ເລີນ ກ່າວ​ຕື່ມ​ວ່າ: ລາວ ແລະຈີນ ມີການພົວພັນຮ່ວມມືມິດຕະພາບນຳກັນມາຍາວນານ ແລະໄດ້ຮັບການເພີ່ມພູນຄູນສ້າງນັບມື້ນັບເຂົ້າສູ່ລວງເລິກ, ສອງ​ປະ​ເທດ​ໄດ້ກາຍ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳໃນປີ 2019, ເຊື່ອ​ໝັ້ນ​ວ່າ: ການຮ່ວມມືລະຫວ່າງສອງປະເທດ ຈະນຳເອົາຜົນປະໂຫຍດນັບມື້ນັບຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ ແລະພາລະກິດການສ້າງສາພັດທະນາຢູ່ໃນສອງປະເທດພວກເຮົາ.

ທີ່ມາ: CGTN

​ທ່ານ​ ສົມ​ພອນ ສີ​ຈະ​ເລີນ ກ່າວ​ວ່າ: ກ​າ​ນ​ພັດ​ທະ​ນາ​ຂອງຈີນ​ເປັນແຮງຂັບເຄື່ອນ ແລະ ​ມີ​ຄວາມ​ໝາຍ​ສຳ​ຄັນໃຫ້ແກ່​ໂລກ