ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊູ​ແອດຈະ​ຢ້ຽມ​ຢາມ​ຈີນ

ແຫຼ່ງຂ່າວ:国际在线   |    2025-10-16 10:33:57

ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ ລີນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ, ໂດຍ​ປະ​ກາດ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູ​ນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານນາງ ມາ​ເຣຍ ມາວ​ເມີ ສະ​ເທ​ເນ​ບາກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊູ​ແອດ ຈະ​​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນທາງ​ການ​ໃນ​ລະ​ຫວ່າງວັນ​ທີ 16-17 ຕຸ​ລາ​ນີ້.

 

ທ່ານ​ ລີນ​ຈ້ຽນ ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຊູ​ແອດ, ຖື​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ເປັນ​ໂອ​ກາດ, ເພື່ອ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນອັນ​ສຳ​ຄັນ​​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ, ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​, ລົງ​ເລິກ​ການ​ຮ່ວມ​ມື ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊູ​ແອດຈະ​ຢ້ຽມ​ຢາມ​ຈີນ