ທ່ານ ຊ້າຍສີ ກ່າວຄຳປາໄສຕໍ່ພິທີເປີດກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ແຫຼ່ງຂ່າວ:CGTN   |    2025-07-11 19:33:17

ຕອນບ່າຍວັນທີ 10 ກໍລະກົດນີ້, ທ່ານ ຊ້າຍສີ ກຳມະການປະຈຳກົມການເມືອສູນກາງພັກຄອມມູນິດຈີນ ຄະນະເລຂາທິການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສຕໍ່ພິທີເປີດກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ.

ໂອກາດດັ່ງກ່າວ, ທ່ານ ຊ້າຍສີ ກ່າວວ່າ: ກ່ອນໜ້ານີ້ສອງປີກວ່າ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມອະລິຍະທຳທົ່ວໂລກຢ່າງໜັກແໜ້ນ ເຊິ່ງໄດ້ຮັບການຕອບຮັບຢ່າງສູງ ແລະ ການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຄົມໂລກ. ຂໍ້ລິເລີ່ມອະລິຍະທຳທົ່ວໂລກມີເຄົ້າກຳເນີດມາຈາກວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງຈີນ, ເນື້ອໃນໃຈຄວາມອັນສຳຄັນແມ່ນສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ແຕກຕ່າງກັນ, ຢູ່ຮ່ວມກັນຢ່າງກົມກຽວ, ສິ່ງນີ້ແມ່ນແທດເໝາະທີ່ສຸດກັບຈຸດປະສົງແລະຫຼັກການຂອງກົດບັດສະຫະປະຊາຊາດ.

ທ່ານ ຊ້າຍສີ ໄດ້ເນັ້ນໜັກວ່າ: ເມື່ອຢືນຢູ່ປາກທາງສີ່ແຍກດ້ານປະຫວັດສາດອັນໃໝ່, ພວກເຮົາຄວນຮ່ວມກັນເພີ່ມທະວີການຊອກຄົ້ນຫາຄວາມຫຼາກຫຼາຍດ້ານເສັ້ນທາງການພັດທະນາ, ເສີມຂະຫຍາຍຮູບແບບອະລິຍະທຳຂອງມວນມະນຸດໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ; ຄວນຮ່ວມກັນເພີ່ມທະວີການສືບທອດແລະປະດິດສ້າງວັດທະນະທຳ, ຕັ້ງໜ້າຊຸກຍູ້ການອະນຸລັກຮັກສາມໍລະດົກວັດທະນະທຳແລະການພັດທະນາວຽກງານວັດທະນະທຳ; ຄວນຮ່ວມກັນເພີ່ມທະວີການໄປມາຫາສູ່ກັນດ້ານວັດທະນະທຳລະຫວ່າງປະຊາຊົນບັນດາປະເທດ, ສຸມຄວາມພະຍາຍາມເຂົ້າໃນການສ້າງບັນຍາກາດແຫ່ງການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນເພື່ອຢູ່ຮ່ວມກັນຢ່າງກົມກຽວ.

ແຫຼ່ງ​ຂ່າວ​ຈາກ: CGTN

ທ່ານ ຊ້າຍສີ ກ່າວຄຳປາໄສຕໍ່ພິທີເປີດກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ