ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ
ແຫຼ່ງຂ່າວ:CGTN |
2025-07-10 18:36:08
ວັນທີ 10 ກໍລະກົດນີ້, ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ແຂກທີ່ມີກຽດຈີນ ແລະ ຕ່າງປະເທດ 600 ກວ່າທ່ານທີ່ມາຈາກ 140 ປະເທດ ແລະ ເຂດແຄວ້ນໄດ້ແລກປ່ຽນ ແລະ ປຶກສາຫາລືກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍດ້ານອະລິຍະທຳຂອງມວນມະນຸດ, ຮ່ວມກັນສົ່ງເສີມການພັດທະນາ ແລະ ສັນຕິພາບຂອງໂລກ”, ເພື່ອເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳ, ຮ່ວມກັນພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງນຳກັນ.