ທ່າ​ອ່ຽງ​ຂອງລາ​ຄາ​ສິນ​ຄ້າ​ຈີນ​ຢູ່ເວັບ​ໄຊ Amazon ​ຂອງອາ​ເມ​ຣິ​ກາສູງ​ຂຶ້ນ​ໄວກວ່າ​ອັດ​ຕາ​ໄພ​ເງິນ​ເຟີ້​ຍ້ອນ​ຜົນ​ກະ​ທົບ​ຈາກ​ດ່ານ​ພາ​ສີ

2025-07-02 11:54:42

ວັນ​ທີ 30 ມິ​ຖຸ​ນາ​​ແລ້ວນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ຜົນ​ການວິ​ເຄາະ​ຜະ​ລິດ​ຕະ​ພັນ​ທີ່​ແຕກ​ຕ່າງ​ກັນ 1.400 ຊະ​ນິດ​ຂອງບໍ​ລິ​ສັດວິ​ເຄາະ DataWeave ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ທ່າ​ອ່ຽງ​ຂອງ​ລາ​ຄາ​ສິນ​ຄ້າ​ທີ່​ຜະ​ລິດ​ໂດຍ​ຈີນ​ທີ່​ຈຳ​ໜ່າຍ​ຢູ່​ເທິງ​ເວັບ​ໄຊ Amazon ​ຂອງອາ​ເມ​ຣິ​ກາສູງ​ຂຶ້ນ​ໄວ​ກວ່າ​ອັດ​ຕາ​ໄພ​ເງິນ​ເຟີ້​ໂດຍ​ລວມ​ຂອງ​ອາ​ເມ​ຣິ​ກາ ເຊິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ມາດ​ຕະ​ການ​ເພີ່ມ​ພາ​ສີ​ເລີ່ມ​ສົ່ງຜົນ​ກະ​ທົບ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ​​ໃນອາ​ເມ​ຣິ​ກາ.

ຂ່າວ​ສານ​ຣອຍ​ເຕີ​ຂອງອັງ​ກິດລາຍ​ງານ​ວ່າ: ​​ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ກາງ​ເດືອນ​ມິ​ຖຸ​ນາປີ​ນີ້, ສິນ​ຄ້າ​ຈີນຫຼາ​ຍກວ່າ 1.400 ຊະ​ນິດ​ທີ່​ຈຳ​ໜ່າຍໃນ​ລາ​ຄາ​ລະ​ດັບ​ປານ​ກາງ​ຢູ່​ເວັບ​ໄຊ Amazon​ ໄດ້​ເພີ່ມ​ຂຶ້ນ 2,6%, ສູງກວ່າ​ອັດ​ຕາ​ໄພ​ເງິນ​ເຟີ້​ຂອງ​ສິນ​​ຄ້າ​ຫຼັກ​​ໃນອາ​ເມ​ຣິ​ກາ​ນັບ​ມາ​ຮອດ​ເດືອນ​ພຶດ​ສະ​ພາ ແລະ ລາ​ຄາ​ເລັ່ງ​ສູງ​ຂຶ້ນ​ນັບ​ແຕ່​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ການ​ປະ​ຕິ​ບັດມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ​ລັດ​ຖະ​ບານ ໂດ​ນັນ ທ​ຣຳ ພວມ​​ສົ່ງ​ຜົນກະ​ທົບ​​ແກ່​ຜູ້​ບໍ​ລິ​ໂພກ​ຊາວ​ອາ​ເມ​ຣິ​ກາ.

ຂ່າວ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ​ຕົວ​ເລກ​ຂໍ້​ມູນ​ຂອງສະ​ຫະ​ລັດອາ​ເມ​ຣິ​ກາ ແລະ ຜົນ​ການ​ຄົ້ນ​ຄວ້າ​ຂອງບໍ​ລິ​ສັດ DataWeave ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ: ຄຽງ​ຄູ່​ກັບ​ຄວາມ​ກົດ​ດັນ​ຂອງ​ພາ​ສີ​ທີ່​ມີ​ຕໍ່​ລາ​ຄາ​ສິນ​ຄ້າ​ປະ​ກົດ​ອອກ​ມາ, ຕົ້ນ​ທຶນ​ຂອງ​ສິນ​ຄ້າ​ໃນຫຼາຍ​ເດືອນ​ຜ່ານ​ມາ​ມີ​ທ່າ​ອ່ຽງ​ເພີ່ມ​ສູງ​ຂຶ້ນ.

ທ່າ​ອ່ຽງ​ຂອງລາ​ຄາ​ສິນ​ຄ້າ​ຈີນ​ຢູ່ເວັບ​ໄຊ Amazon ​ຂອງອາ​ເມ​ຣິ​ກາສູງ​ຂຶ້ນ​ໄວກວ່າ​ອັດ​ຕາ​ໄພ​ເງິນ​ເຟີ້​ຍ້ອນ​ຜົນ​ກະ​ທົບ​ຈາກ​ດ່ານ​ພາ​ສີ