ງານດົນຕີປະສານສຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 104 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ແຫຼ່ງຂ່າວ:CGTN   |    2025-07-02 11:48:31

ໃນຄ່ຳຄືນວັນທີ 30 ມິຖຸນາແລ້ວນີ້,ງານດົນຕີປະສານສຽງເພື່ອສະເຫຼີມສະ ຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 104 ປີທີ່ຄະນະໂຄສະນາອົບຮົມສູນ ກາງພັກຄອມມູນິດຈີນ,ກະຊວງວັດທະນະທຳແລະທ່ອງທ່ຽວແລະວິທະຍຸໂທລະ ພາບສູນກາງຈີນຫຼືCMGຮ່ວມກັນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ຫໍວາງສະແດງປະຫວັດສາດ ພັກຄອມມູນິດຈີນທີ່ນະຄອນຫຼວງປັກກິ່ງ.

ພາຍໃນງານໄດ້ບັນເລງຜົນງານດົນຕີ 17 ບົດເພງດ້ວຍຮູບແບບດົນຕີ ປະສານສຽງພ້ອມດ້ວຍການຮ້ອງເພງລວມຫມູ່,ການບັນເລງເຄື່ອງດົນຕີຊົນເຜົ່າ ແລະອື່ນໆ.ເຈົ້າຂອງ “ຫຼຽນໄຊ 1 ກໍລະກົດ”, “ແບບຢ່າງຂອງຍຸກສະໄຫມ”, ຜູ້ຕາງຫນ້າບຸກຄົນທີ່ມີນ້ຳໃຈດີງາມ, “ແບບຢ່າງດ້ານຄຸນສົມບັດທົ່ວປະເທດ”ແລະ ຜູ້ຕາງຫນ້າພະນັກງານສະມາຊິກພັກຮາກຖານຜູ້ດີເດັ່ນຈຳນວນຫນຶ່ງ,ຮ່ວມກັບປະຊາຊົນຈາກວົງການຕ່າງໆຢູ່ນະຄອນຫຼວງປັກກິ່ງ 800 ກວ່າທ່ານໄດ້ເຂົ້າຊົມ ການສະແດງຄັ້ງນີ້.

ງານດົນຕີປະສານສຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 104 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ