ເຈົ້າຄອງລັດຄາລິຟໍເນຍຂອງອາເມຣິກາພວມຮ້ອງຟ້ອງລັດຖະບານຂອງທ່ານ ໂດນັນ ທຣຳ ກ່ຽວກັບບັນຫາການຈັດວາງກອງປ້ອງກັນແຫ່ງຊາດອາເມຣິກາ

ແຫຼ່ງຂ່າວ:CGTN   |    2025-06-10 16:58:19

ວັນທີ 9 ມິຖຸນານີ້, ທ່ານ ກາວິນ ນິວຊຳ ເຈົ້າຄອງລັດຄາລິຟໍເນຍຂອງອາເມຣິກາໄດ້ຢືນຢັນຜ່ານສື່ສັງຄົມອອນລາຍວ່າ: ຕົນເອງພວມຮ້ອງຟ້ອງລັດຖະບານຂອງທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາກ່ຽວກັບບັນຫາການຈັດວາງກອງປ້ອງກັນແຫ່ງຊາດອາເມຣິກາ.

ໃນຫຼາຍມື້ທີ່ຜ່ານມາ, ການປະທະກັນລະຫວ່າງຜູ້ປະທ້ວງຢູ່ນະຄອນ​ລອ​ສ​ແອງ​ເຈີ​ລິ​ສ ລັດຄາລິຟໍເນຍຂອງອາເມຣິກາ ແລະ ເຈົ້າໜ້າທີ່ກອງປ້ອງກັນແຫ່ງຊາດ ກໍຄືຕໍາຫຼວດອາເມຣິກາໄດ້ຂະຫຍາຍກວ້າງອອກຢ່າງຕໍ່ເນືອງ.

ກ່ຽວກັບເລື່ອງນີ້, ທ່ານນາງ ຄາເຣນ ບາສ ເຈົ້າຄອງນະຄອນ​ລອ​ສ​ແອງ​ເຈີ​ລິ​ສ ກ່າວວ່າ: ການທີ່ລັດຖະບານສະຫະລັດສົ່ງກອງປ້ອງກັນແຫ່ງຊາດມານະຄອນລອ​ສ​ແອງ​ເຈີ​ລິ​ສ ເພື່ອຮັບມືກັບການປະທ້ວງໃນປັດຈຸບັນນີ້ເປັນ “ການຍົກລະດັບຄວາມອັນຕະລາຍໃຫ້ຮ້າຍແຮງຂຶ້ນ”, ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນທ້ອງຖິ່ນ. ປະຊາຊົນອາເມຣິກາບໍ່ຄວນຮັບເອົາການປົກຄອງແບບການທະຫານ.

ເຈົ້າຄອງລັດຄາລິຟໍເນຍຂອງອາເມຣິກາພວມຮ້ອງຟ້ອງລັດຖະບານຂອງທ່ານ ໂດນັນ ທຣຳ ກ່ຽວກັບບັນຫາການຈັດວາງກອງປ້ອງກັນແຫ່ງຊາດອາເມຣິກາ