ເຂດທະຫານພາກໃຕ້ຈີນຈັດຕັ້ງກຳລັງທະຫານທາງທະເລ ແລະ ທາງອາກາດຕິດຕາມຂັບໄລ່ກຳປັ່ນຟິລິບປິນທີ່ເຈຕະນາລ່ວງລ້ຳເຂົ້ານ່ານທະເລເກາະຫວງເຢນຂອງຈີນ
ພົນເອກພິເສດ ທຽນຈຸ່ນລີຂອງກອງທັບອາກາດທີ່ເປັນໂຄສົກເຂດທະຫານພາກໃຕ້ຈີນກ່າວວ່າ, ວັນທີ 5 ພຶດສະພານີ້, ກຳປັ່ນປ້ອງກັນເລກ 35 ຂອງຟິລິບປິນເຈຕະນາລ່ວງລ້ຳເຂົ້ານ່ານທະເລເກາະຫວງເຢນຂອງຈີນ, ເຂດທະຫານພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງກຳລັງທະຫານທາງທະເລ ແລະ ທາງອາກາດ, ຕິດຕາມ ແຈ້ງເຕືອນ ແລະ ຂັບໄລ່ຕາມກົດໝາຍ, ສາມາດປ້ອງກັນບໍ່ໃຫ້ກຳປັ່ນຟິລິບປິນລ່ວງລ້ຳເຂົ້ານ່ານທະເລຂອງຈີນຢ່າງແຂງແຮງ ແລະ ມີປະສິດທິຜົນ, ການປະຕິບັດງານແມ່ນຖືກຕ້ອງຕາມລະບຽບການຢ່າງຊອບທຳ ແລະ ຖືກຕ້ອງກັບກົດໝາຍ. ຖ້ອຍຄຳທີ່ກ່ຽວຂ້ອງຂອງຝ່າຍຟິລິບປິນແມ່ນບໍ່ເອົາຫົວຊາຕໍ່ຄວາມຈິງ ທັງປ່າວຂ່າວປອມ, ແລະ ເຈຕະນາບິດເບືອນຄວາມຮັບຮູ້ຂອງປະຊາຄົມໂລກ. ເກາະຫວງເຢນເປັນດິນແດນຂອງຈີນແຕ່ໃດໆມາ, ຝ່າຍຈີນແຈ້ງເຕືອນໃຫ້ຝ່າຍຟິລິບປິນຢ່າງເຄັ່ງຕຶງ ໃຫ້ຍຸດຕິການລ່ວງລ້ຳສິດ ການທ້າທາຍເກາະຜິດ, ການບິດເບືອນຄວາມຈິງ ແລະ ການປັ້ນແຕ່ງຂ່າວປອມໃນທັນທີ. ກອງທັບເຂດທະຫານພາກໃຕ້ຈີນຈະມີສະຕິລະວັງຕົວໃນລະດັບສູງທຸກເວລາ ເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານອະທິປະໄຕແຫ່ງຊາດ ແລະ ສິດຜົນປະໂຫຍດທາງທະເລຢ່າງເດັດຂາດ, ພ້ອມທັງປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້ຢ່າງເດັດຂາດ.