ກອງຕຳຫຼວດຍາມຝັ່ງທະເລຈີນ-ຫວຽດ​ນາມ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ອ່າວ​ເປີຍ​ປູ​ຄັ້ງ​ທຳ​ອິດ​ຂອງ​ປີ 2025

ແຫຼ່ງຂ່າວ:CGTN   |    2025-04-25 17:58:57

ຕ​ອນ​ບ່າຍ​ວັນ​ທີ 21 ເມ​ສາ​ນີ້, ກຳ​ປັ່ນ​ຢົງ​ຊິ່ງ ແລະ ກຳ​ປັ່ນ​ຊີ​ຊາ​ຂອງກອງ​ຕຳຫຼວດ​ຍາມ​ຝັ່ງ​ທະ​ເລ​ຈີນ​ໄດ້​ເດີນ​ເຮືອ​ໄປ​ເຂດ​ທະ​ເລ​ອ່າວ​ເປີຍ​ປູ້ ເພື່ອຮ່ວມ​ກັບ​ກຳ​ປັ່ນ​ກອງ​ຕຳຫຼວດ​ຍາມ​ຝັ່ງ​ທະ​ເລ 8004 ແລະ 8003 ຂອງ​ຫວຽດ​ນາມ​ເພື່ອດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ອ່​າວ​ເປີຍ​ປູ້​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປີ 2025.

ໃນ​ໄລ​ຍະ​ລາດ​ຕະ​ເວນ​ຮ່ວມ, ສອງ​ຝ່າຍ​ຈະ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຕິດ​ຕາມ​ຄຸ້ມ​ຄອງ​ເຮືອ​​ປະ​ມົງຂອງ​ສອງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ເຂດ​ທະ​ເລ​ອ່າວ​ເປີຍ​ປູ້, ເຮັດ​ໃຫ້​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ​ທາງ​ທະ​ເລ​ຂອງ​ຂະ​ແໜງ​ການ​​ປະ​ມົງ​ມີ​ລະ​ບຽບ​ແບບ​ແຜນ, ແກ້​ໄຂ​ເຫດ​ການ​ສຸກ​ເສີນທີ່​ເກີດ​ຂຶ້ນທາງ​ທະ​ເລ​ຢ່າງ​ເໝາະ​ສົມ ແລະ ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ.

ກອງຕຳຫຼວດຍາມຝັ່ງທະເລຈີນ-ຫວຽດ​ນາມ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ອ່າວ​ເປີຍ​ປູ​ຄັ້ງ​ທຳ​ອິດ​ຂອງ​ປີ 2025