ຈີນອະນຸຍາດໃຫ້ວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ

ແຫຼ່ງຂ່າວ:CGTN   |    2025-04-25 17:55:03

ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 21 ເມສານີ້. ໃນໂອກາດນີ້, ກະຊວງການຄ້າຈີນໄດ້ແນະນໍາສະພາບລະອຽດກ່ຽວກັບ “ແຜນດໍາເນີນງານວ່າດ້ວຍການເລັ່ງຊຸກຍູ້ຈຸດທົດລອງສັງລວມການຂະຫຍາຍການເປີດປະຕູດ້ານຂະແໜງການບໍລິການ”.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໜ້າທີ່ຂອງຈຸດທົດລອງຈະສຸມໃສ່ການເປີດປະຕູຂອງຂົງເຂດການບໍລິການທີ່ສໍາຄັນ, ການພັດທະນາແບບປະດິດສ້າງຂອງອຸດສາຫະກໍາ, ການສ້າງລະບຽບການ, ການປ້ອງກັນ ແລະ ຄວບຄຸມຄວາມສ່ຽງ ແລະອື່ນໆ, ເຊິ່ງໜ້າທີ່ເຫຼົ່ານີ້ຕົ້ນຕໍແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງໃນການເຄື່ອນໄຫວຕ່າງໆຂອງຫົວໜ່ວຍທຸລະກິດ ເຊັ່ນ: ການດໍາເນີນທຸລະກິດປະຈໍາວັນ ແລະ ການລົງທຶນຂ້າມຊາດ ເປັນຕົ້ນ.

ທ່ານ ຈູ່ປິ່ງ ຫົວໜ້າກົມຄຸ້ມຄອງການລົງທຶນຕ່າງປະເທດ ກະຊວງການຄ້າຈີນ ຢືນຢັນວ່າ: ໃນດ້ານການຍົກລະດັບການອໍານວນຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ຈີນອະນຸຍາດໃຫ້ວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດ ລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ ທັງໄດ້ຫຼຸດຜ່ອນຂັ້ນຕອນໃຫ້ກະທັດຫັດງ່າຍຂຶ້ນ. ພ້ອມດຽວກັນນີ້, ຈີນໄດ້ຊຸກຍູ້ມາດຕະການປິ່ນອ້ອມທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຂັ້ນຕອນການຄຸ້ມຄອງທຶນຂ້າມຊາດຕື່ມອີກ.

ຈີນອະນຸຍາດໃຫ້ວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ