ໜ້າຫຼັກ ຂ່າວ ຮຽນພາສາຈີນ ChinaABC searchsearch ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາມາເລເຊຍ ອອກອາກາດຜ່ານສື່ມວນຊົນສຳຄັນຂອງມາເລເຊຍ
ແຫຼ່ງຂ່າວ:CGTN |
2025-04-17 09:01:12
ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນເດີນທາງໄປຢ້ຽມຢາມມາເລເຊຍທາງລັດຖະກິດ, ວັນທີ 15 ເມສານີ້, ພິທີອອກອາກາດລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາມາເລເຊຍ ທີ່ຖ່າຍທຳໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ. ທ່ານເຊິ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສໃນພິທີດັ່ງກ່າວ.
ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາມາເລເຊຍ ໄດ້ອອກອາກາດຢູ່ວິທະຍຸໂທລະພາບແຫ່ງຊາດມາເລເຊຍ ແລະ ສື່ມວນຊົນສຳຄັນອື່ນໆຂອງມາເລເຊຍໃນມື້ດຽວກັນ.