ໄຕມາດທໍາອິດຂອງປີນີ້, ການຂົນສົ່ງສິນຄ້າດ້ວຍຂະບວນລົດໄຟຢູ່ຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ ເພີ່ມຂຶ້ນ 68,2%

ແຫຼ່ງຂ່າວ:CGTN   |    2025-04-08 19:47:10

ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜີງຈຳ​ກັດແຈ້ງໃຫ້ຮູ້ວ່າ: ໄຕມາດທໍາອິດຂອງປີນີ້, ການຂົນສົ່ງສິນຄ້າດ້ວຍຂະບວນລົດໄຟຢູ່ຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ ບັນລຸເຖິງ 345.200 ຕູ້ມາດຕະຖານ, ເພີ່ມຂຶ້ນ 68,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ເມື່ອທຽບໃສ່ສອງເດືອນຜ່ານມານີ້ ຈັງຫວະການເຕີບໂຕເພີ່ມຂຶ້ນ 9,8%. ນັບມາຮອດວັນທີ 21 ມີນາແລ້ວນີ້, ການຂົນສົ່ງສິນຄ້າດ້ວຍຂະບວນລົດໄຟບັນລຸຫຼາຍກວ່າ 300.000 ຕູ້ມາດຕະຖານ ເຊິ່ງໄວຂຶ້ນ 51 ມື້ເມື່ອທຽບໃສ່ການຂົນສົ່ງໃນປີ 2024.

ເລີ່ມແຕ່ຕົ້ນປີນີ້ມາ, ໂດຍອີງໃສ່ຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ, ສິນຄ້າຈາກອາຊຽນ ເຊັ່ນ: ເຂົ້າ​ສານກໍາປູເຈຍ, ໝາກພ້າວຫອມໄທ ແລະອື່ນໆ ໄດ້ຖືກຂົນສົ່ງເຂົ້າສູ່ພາຍໃນປະເທດຈີນຢ່າງຕໍ່ເນື່ອງ; ຂະນະທີ່ຜະລິດຕະພັນທີ່ມີເອກະລັກ​ພິ​ເສດຂອງຈີນກໍໄດ້ສົ່ງອອກຂາຍຢູ່ຕ່າງປະເທດເຊັ່ນດຽວກັນ. ລົດຍົນທີ່ຜະລິດໂດຍຈີນຢູ່ເຂດພາກຕາເວັນຕົກຂອງຈີນ ຜ່ານການຂົນສົ່ງໃນຮູບແບບ “ທາງລົດໄຟ+ທາງທະເລ” ຢູ່ຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ ໄດ້ຖືກຂົນສົ່ງໄປສູ່ເຂດຕາເວັນອອກກາງ, ໂດຍໄດ້ສະໜອງການຂົນສົ່ງທີ່ປອດໄພ, ມີປະສິດທິພາບສູງ, ສະດວກ​ວ່ອງ​ໄວ ແລະ ປະຢັດຕົ້ນທຶນໃນການສົ່ງອອກລົດຍົນຂອງຈີນ.

ໄຕມາດທໍາອິດຂອງປີນີ້, ການຂົນສົ່ງສິນຄ້າດ້ວຍຂະບວນລົດໄຟຢູ່ຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ ເພີ່ມຂຶ້ນ 68,2%