ຈີນ​ໃຊ້ຫຼາຍ​ມາດ​ຕະ​ການ​ຕອບ​ໂຕ້ “ສົງ​ຄາມ​ພາ​ສີ” ​ຂອງ​ອາ​ເມ​ຣິ​ກາ

ແຫຼ່ງຂ່າວ:CGTN   |    2025-04-08 19:44:34

ວັນ​ທີ 2 ເມ​ສາ​ນີ້, ລັດ​ຖ​ະ​ບານ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ເກັບ “ພາ​ສີ​ສະ​ເໝີ​ກັນ” ຕໍ່​ຄູ່​ການ​ຄ້າ​ທັງ​ໝົດ, ຫຼັງ​ຈາກ​ນັ້ນ​ມື້​ໜຶ່ງ, ​ຈີນ​ໄດ້​ນຳ​ໃຊ້ມາດ​ຕະ​ການ​ຕອບ​ໂຕ້​ຕ່າງໆ ​ເຊັ່ນ: ​ຂຶ້ນ​ພາ​ສີ 34% ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ທັງ​ໝົດ​ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ, ກ່າວ​ຟ້ອງ​ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ພາຍ​ໃຕ້​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ​ເພີ່ມ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ເຂົ້າ​ໃນ​ບັນ​ຊີ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ​ອື່ນໆ. ຫຼັງ​ຈາກ​ປ່າວ​ຂ່າວ​ດັ່ງ​ກ່າວ, ​ລາ​ຄາສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວງ​ໜ້າ​ໃນ​ຕະຫຼາດຫຼັກ​ຊັບ​ອາ​ເມ​ຣິ​ກາ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາ​ຍ, ສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວ​ງ​ໜ້າ​ຂອງ​ຕົວ​ຊີ້​ວັດ​ໂດ​ວ​ຈອນ​ສ, ສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວ​ງ​ໜ້າ​ຂອງຕົວ​ຊີ້​ວັດນາ​ສ​​ດັກ 100, ສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວ​ງ​ໜ້າ​ຂອງ​ຕົວ​ຊີ້​ວັດ S&P 500 ລ້ວນ​ແຕ່​ໄດ້ຫຼຸດ​ລົງຫຼາຍກວ່າ 3%.

ກ່ຽວ​ກັບ​ສົງ​ຄາມ​ການ​ຄ້າ ແລະ ສົງ​ຄາມ​ພາ​ສີ, ຈີນ​ເຄີຍ​ໄດ້​ຊີ້​ແຈງ​ຢ່າງ​ຈະ​ແຈ້ງ​ມາ​ແຕ່​ດົນ​ແລ້ວ​ວ່າ: ຈີນ​ບໍ່​ຢາກ​ປະ​ທ​ະ​ກັນ ແຕ່​ກໍ​ບໍ່​ຢ້ານ​ການ​ປະ​ທະ​ກັນ, ໃນ​ກໍ​ລະ​ນີ​ທີ່​ຈຳ​ເປັນ​ຕ້ອງ​ຕອບ​ໂຕ້​ຄືນ. ຝ່າຍ​ອາ​ເມ​ຣິ​ກາ​ອ້າງວ່າ ຕົນ​ເອງ​ເສຍ​ປຽບ​ໃນ​​ດ້ານການ​ຄ້າ​ສາ​ກົນ, ອ້າງ​ຕາມ​ເຫດ​ຜົນ​ທີ່​ເອີ້ນ​ວ່າ “ສະ​ເໝີ​ພາບກັນ” ໂດຍ​ປະ​ກາດ​ເກັບ “ພາ​ສີ​ສະ​ເໝີກັນ” ເປັນ​ຈຳ​ນວນ 34% ຕໍ່​ຈີນ ເຊິ່ງ​ໄດ້​ລະ​ເມີດຫຼັກ​ການ​ໃນ​ນະ​ໂຍ​ບາຍ​ສຳ​ລັບ​ປະ​ເທດ​ທີ່​ມີ​ສິດ​ທິ​ພິ​ເສດ​ທີ່​ສຸດ​ໃນ​ອົງ​ການ​ການ​ຄ້າ​ໂລກ, ໄດ້​ທຳ​ລາຍ​ສິດດ​ດ້າ​ນ​ການ​ພັດ​ທະ​ນາ​ທີ່​ຊອບ​ທຳ​ຂອງ​ຈີນ ແລະເປັນ​ການ​ກະ​ທຳ​ແບບ​ຂົ່ມ​ເຫັງ​ພຽງ​ລຳ​ພັງ​ແຕ່​ຝ່າຍ​ດຽວ.

​ການ​ທີ່ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ​ບໍ່​ພຽງ​ແຕ່​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຄວາມ​ບໍ່​ສົມ​ດຸນ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ, ແຕ່ຍັງ​ຈະ​ສ້າງ​ຜົນ​ກະ​ທົບ​ຕື່ມ​ອີກ​ຕໍ່​ເສດ​ຖະ​ກິດ​​ຈາກ​ປະ​ເທດ​ຕົນ. ອີງ​ຕາມ​ຂໍ້​ມູນ​ຂອງ​ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2024 ການ​​ຂາດດຸນ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ​ມີ​ເຖິງ 1.210 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​​ກ່ອນ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກໍ່​ສົງ​ຄາມ​ພາ​ສີຕໍ່​ທົ່ວ​ໂລກເມື່ອ​ປີ 2017. ນັບ​ແຕ່​ປີ 2018-2024, ຄວາມ​ໄດ້​ປຽບ​ດຸນ​ການ​ຄ້າ​ຂອງ​ຈີນ​ຕໍ່​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ ຈາກ 323,33 ຕື້​ໂດ​ລາ​ເປັນ 361 ຕື້​ໂດ​ລາ. ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ການ​ສ້າງ​ກຳ​ແພງ​​ພາ​ສີ​ບໍ່​ສາ​ມາດ​ແກ້​ໄຂ​ບັ​ນ​ຫາ​ທີ່​ອາ​ເມ​ຣິ​ກາ​ເປັນ​ຫ່ວງ​ເປັນ​ໃຍ, ​ແລະການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈຶ່ງ​ເປັນ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ທຸກປະ​ເທດ.

ໃນ​ໂລກ​ປັດ​ຈຸ​ບັນ​ນີ້, ການ​ຫັນ​ເປັນຫຼາຍ​ຂົ້ວ​ ແລະ ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໄດ້​ພັດ​ທະ​ນາ​ລົງ​ສູ່​ລວງ​ເລິກ, ລັດ​​ທິຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທີ່​ຖິ້ມ​ຜົນ​ກະ​ທົບ​ໃສ່​ປະ​ເທດ​ອື່ນ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ຈິດ​ໃຈ​ຂອງ​ຊາວ​ໂລກ. ອາ​ເມ​ຣິ​ກາ​ຄວນ​ ​ແກ້​ໄຂ​ການ​ກະ​ທຳ​ທີ່​ຜິດ​ພາດ​ໃນ​ທັນ​ທີ, ຍຸດ​ຕິ​ການ​ນຳ​ໃຊ້​ພາ​ສີ​ເປັນ​ເຄື່ອງ​ມື​ທີ່​ຂົ່ມ​ເຫັງ​ປະ​ເທດ​ອື່ນ. ປະ​ເທດ​ຕ່າງໆ​ໃນ​ໂລກ​ກໍ​ຄວນ​ສາ​ມັກ​ຄີ​ກັນ ຮ່ວມ​ກັນ​ຕອບ​ໂຕ້​ການ​ຂົ່ມ​ເຫັງ​ພຽງ​ລຳ​ພັງ​ແຕ່​ຝ່າຍ​ດຽວ​ຂອງ​ອາ​ເມ​ຣິ​ກາ, ປົກ​ປ້ອງ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ. ສົງ​ຄາມ​ພາ​ສີ ແລະ ສົງ​ຄາມ​ການ​ຄ້າ​ຈະ​ບໍ່​ມີ​ຜູ້​ຊະ​ນະ ເຊິ່ງ​ເປັນ​ສັດ​ຈະ​ທຳ​ທີ່​ຈະ​ບໍ່​ມີ​ອັນ​ໃດ​ມາ​ເຮັດ​ໃຫ້ຫວັ່ນ​ໄຫວ​ຄອນ​ແຄນ​ໄດ້.

ຈີນ​ໃຊ້ຫຼາຍ​ມາດ​ຕະ​ການ​ຕອບ​ໂຕ້ “ສົງ​ຄາມ​ພາ​ສີ” ​ຂອງ​ອາ​ເມ​ຣິ​ກາ