ໜ່ວຍ​ກູ້​ໄພ​ຈີນ​ໄດ້​ກອບ​ກູ້​ຜູ້​ລອດ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຜູ້​ທີ 9 ຢູ່​ມຽນ​ມາ

ແຫຼ່ງຂ່າວ:CGTN   |    2025-04-03 18:56:46

ເວ​ລາ 17 ໂມງ 40 ນາ​ທີ​ຂອງວັນ​ທີ 2 ເມ​ສານີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ໜ່ວຍ​ກູ້​ໄພ​ຈີນ​ໄດ້​ກອບ​ກູ້​ຜູ້​ຊາຍມຽນ​ມາ​ອາ​ຍຸ 52 ປີ​ທີ່​ຕິດຄ້າງເປັນ​ເວ​ລາເກືອບ 125 ຊົ່ວ​ໂມງຢ່າງ​ສຳ​ເລັດ​ຜົນ​ຢູ່​ກ້ອງ​ຊາກ​ອາ​ຄານໂຮງ​ແຮມ​ຊົນ​ນະ​ບົດ​ສີ​ຄຳ​ຂອງ​ເມືອງ​ມັນ​ດາ​ເລ ເຊິ່ງ​ເປັນ​ຜູ້​ລອດ​ຊີ​ວິດ​ຜູ້​ທີ 9 ທີ່​ໄດ້​ຮັບ​ການກອບ​ກູ້​ຊ່ວຍ​ເຫຼືອ​ຈາກ​ໜ່ວຍ​ກູ້​ໄພ​ຈີນ.

ຕາມ​ວິ​ທະ​ຍຸ​ໂທ​ລະ​ພາບ​ມຽນ​ມາ​ລາຍ​ງານ​ໃນ​ວັນ​ທີ 2 ເມ​ສານີ້​ວ່າ: ມາ​ຮອດ​ປັດ​ຈຸບນ, ໄພ​ພິ​ບັດ​ແຜ່ນ​ດິນ​ໄຫວຮ້າຍ​ແຮງ​ທີ່​ມີ​ສູນ​ກາງ​ຢູ່​ມຽນ​ມາ​ໄດ້ເຮັດ​ໃຫ້ມີ​ຜູ້ເສຍ​ຊີ​ວິດ 3.003 ຄົນ, ບາດ​ເຈັບ 4.515 ຄົນ ແລະ ຫາຍ​ສາບ​ສູນ 351 ຄົນ.

ແຫຼ່ງ​ຂ່າວ​ຈາກ: CGTN

ໜ່ວຍ​ກູ້​ໄພ​ຈີນ​ໄດ້​ກອບ​ກູ້​ຜູ້​ລອດ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຜູ້​ທີ 9 ຢູ່​ມຽນ​ມາ