ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນແກ່ວຽກງານຂອງລັດວິສາຫະກິດຂັ້ນສູນກາງ

ແຫຼ່ງຂ່າວ:CGTN   |    2025-12-24 20:14:23

ກອງປະຊຸມຜູ້ຮັບຜິດຊອບລັດວິສາຫະກິດຂັ້ນສູນກາງຂອງຈີນໄດ້ຈັດຂຶ້ນລະຫວ່າງວັນທີ 22-23 ທັນວານີ້ຢູ່ນະຄອນຫຼວງປັກກິ່ງ. ໃນກອງປະຊຸມດັ່ງກ່າວໄດ້ເຜີຍແຜ່ຄຳຊີ້ນຳສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ.

ໃນຄຳຊີ້ນຳດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ໃນຂະບວນການແຫ່ງການອອກເດີນທາງຄັ້ງໃໝ່, ລັດວິສາຫະກິດຂັ້ນສູນກາງຕ້ອງຮັບຮູ້ພາລະໜ້າທີ່ ແລະ ພາລະກຳຂອງຕົນຢ່າງເຕັມສ່ວນ, ຮັບໃຊ້ພາກສ່ວນໃຫຍ່ຂອງວຽກງານພັກ ແລະ ວຽກງານຂອງລັດໃຫ້ດີກວ່າເກົ່າ, ຮັບໃຊ້ການພັດທະນາທາງເສດຖະກິດ-ສັງຄົມດ້ວຍຄຸນນະພາບສູງ, ຮັບໃຊ້ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ກ້າແບບຫາບໜ້າທີ່ດ້ານສັງຄົມ ເພື່ອປະກອບສ່ວນດ້ານກຳລັງທີ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງຄວາມທັນສະໄໝແບບຈີນ. ຕ້ອງສຸມໃສ່ທຸລະກິດຫຼັກຂອງຕົນ, ປັບປຸງການຈັດວາງດ້ານເສດຖະກິດແຫ່ງຊາດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ເສີມສ້າງພາລະບົດບາດທີ່ສຳຄັນເປັນໃຈກາງຢ່າງແທ້ຈິງ ແລະ ຍົກສູງຄວາມສາມາດການແຂ່ງຂັນທີ່ສຳຄັັນ. ຕ້ອງສຸມໃສ່ພັດທະນາເສດຖະກິດຮູບປະທຳ (Real economy), ເພີ່ມທະວີຄວາມກ້າວໜ້າດ້ານເຕັກໂນໂລຊີທີ່ສຳຄັນເປັນຫົວໃຈ, ຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງລະຫວ່າງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີກັບການປະດິດສ້າງໃໝ່ດ້ານອຸດສາຫະກຳ. ຕ້ອງລົງເລີກການປະຕິຮູບຕື່ມອີກ, ປັບປຸງລະບຽບການວິສາຫະກິດທັນສະໄໝທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ, ປັບປຸງໂຄງປະກອບການບໍລິຫານບໍລິສັດໃຫ້ສົມບູນຂຶ້ນ, ສຸມກຳລັງແກ້ໄຂບັນຫາຊັ້ນເລິກທີ່ຈຳກັດການພັດທະນາຂອງວິສາຫະກິດ, ພະຍາຍາມສ້າງໃຫ້ເປັນວິສາຫະກິດອັນດັບໜຶ່ງຂອງໂລກ. ຕ້ອງວາງແຜນເປັນເອກະພາບດ້ານການພັດທະນາ ແລະ ຄວາມປອດໄພເພື່ອປ້ອງກັນ ແລະ ແກ້ໄຂຄວາມສ່ຽງຢ່າງມີປະສິດທິຜົນ, ສ້າງພື້ນຖານໃຫ້ໜັກແໜ້ນຂຶ້ນເລື້ອຍໆສຳລັບການພັດທະນາຢ່າງປອດໄພຂອງວິສາຫະກິດ.

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນແກ່ວຽກງານຂອງລັດວິສາຫະກິດຂັ້ນສູນກາງ