ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນແລະ ກ່າວຄຳປາໄສສຳຄັນ

ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 10-11 ທັນວານີ້. ທ່ານສີີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສສຳຄັນ.
ກອງປະຊຸມໄດ້ກຳນົດວ່າ: ສຳລັບວຽກງານເສດຖະກິດປີ 2026 ຕ້ອງປະຕິບັດໜ້າທີ່ສຳຄັນໃຫ້ດີດັ່ງນີ້: ໜຶ່ງ: ຍຶດໝັ້ນຄວາມຕ້ອງການພາຍໃນເປັນຕົ້ນຕໍແລະສ້າງຕະຫຼາດພາຍໃນຢ່າງເຂັ້ມແຂງ; ສອງ: ຍຶດໝັ້ນການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່, ເລັ່ງລັດການບົ່ມເພາະສ້າງແລະຂະຫຍາຍແຮງຂັບເຄື່ອນການເຕີບໂຕໃໝ່; ສາມ: ຍຶດໝັ້ນການປະຕິຮູບເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກ, ເພີ່ມກຳລັງແຮງແລະພະລັງຊີວິດຂອງການພັດທະນາທີ່ມີຄຸນນະພາບສູງ; ສີ່: ຍຶດໝັ້ນການເປີດປະຕູສູ່ພາຍນອກ,ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຫຼາຍຂົງເຂດ; ຫ້າ: ຍຶດໝັ້ນການພັດທະນາທີ່ປະສານງານກັນ, ຊຸກຍູ້ການເຊື່ອມໂຍງເຂົ້າກັນລະຫວ່າງຕົວເມືອງ-ຊົນນະບົດແລະການເຊື່ອມໂຍງໃນລະດັບພາກພື້ນ; ຫົກ: ຍຶດໝັ້ນການນຳພາໂດຍ “ການຫຼຸດການລະບາຍກາກບອນແລະການລະບາຍມົນລະພິດ”, ຊຸກຍູ້ການຫັນປ່ຽນໄປຕາມທິດສີຂຽວຢ່າງຮອບດ້ານ; ເຈັດ: ຍຶດໝັ້ນໃຫ້ຄວາມສຳຄັນກັບຊີວິດການເປັນຢູ່ຂອງປະຊາຊົນ, ແລະພະຍາຍາມເຮັດໃນສິ່ງທີ່ເປັນປະໂຫຍດແກ່ປະຊາຊົນຫຼາຍກວ່າເກົ່າ; ແປດ: ຍຶດໝັ້ນຮັກສາເສັ້ນພື້ນຖານຢ່າງໜັກແໜ້ນ, ແກ້ໄຂຄວາມສ່ຽງໃນຂົງເຂດສຳຄັນຢ່າງຕັ້ງໜ້າແລະໝັ້ນທ່ຽງສົມເຫດສົມຜົນ.