ທ່ານ ສີຈິ້ນຜິງ ແລກປ່ຽນຢ່າງມີໄມຕີຈິດມິດຕະພາບກັບປະທານາທິບໍດີຝຣັ່ງຢູ່ນະຄອນເຊີງຕູ່ແຂວງເສສວນຈີນ

ວັນທີ 5 ທັນວານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະແລກປ່ຽນຢ່າງມີໄມຕີຈິດມິດຕະພາບກັບທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງຢູ່ໂຄງການຊົນລະປະທານຕູ່ຈ່ຽງຢ້ຽນທີ່ນະຄອນເຊີງຕູ່ແຂວງເສສວນຈີນ.
ທ່ານ ສີຈິ້ນຜິງ ໄດ້ແນະນຳກ່ຽວກັບປະຫວັດແລະຄວາມໝາຍຂອງໂຄງການຊົນລະປະທານຕູ່ຈ່ຽງຢ້ຽນແລະກ່າວວ່າ:ຈີນແລະຝຣັ່ງຕ່າງກໍ່ເປັນຕົວແທນທີ່ໂດດເດັ່ນຂອງອະລິຍະທຳຕາເວັນອອກແລະຕາເວັນຕົກ. ເຊື່ອວ່າສອງປະເທດໃຫຍ່ທີ່ມີຄວາມສຳຄັນດ້ານວັດທະນະທຳແລະປະຫວັດສາດສາມາດປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນສັນຕິພາບແລະສະຖຽນລະພາບຂອງໂລກກໍຄືການພັດທະນາແລະຄວາມກ້າວໜ້າຂອງມວນມະນຸດຜ່ານການສົນທະນາແລະການຮ່ວມມື.
ທ່ານ ເອັມມານູເອວ ມາຄຣົງ ກ່າວວ່າ: ຝຣັ່ງແລະຈີນລ້ວນແຕ່ມີວັດທະນະທຳແລະປະຫວັດສາດມາແຕ່ດົນນານ,ການຮ່ວມມືລະຫວ່າງສອງປະເທດສາມາດນຳໄປສູ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ. ຝຣັ່ງຍິນດີເພີ່ມທະວີການຕິດຕໍ່ພົວພັນແລະປະສານງານກັບຈີນ,ຍຶດໝັ້ນແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານການສົນທະນາແລະການປຶກສາຫາລື,ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.
ທີ່ມາ: CGTN