ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມເວທີປຶກສາຫາລືທຸລະກິດພະລັງງານຈີນ-ຣັດເຊຍຄັ້ງທີ 7
ວັນທີ 25 ພະຈິກນີ້, ກອງປະຊຸມເວທີປຶກສາຫາລືທຸລະກິດພະລັງງານຈີນ-ຣັດເຊຍຄັ້ງທີ 7 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມດັ່ງກ່າວ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ການຮ່ວມມືດ້ານພະລັງງານລະຫວ່າງຈີນ-ຣັດເຊຍເລີ່ມຕົ້ນມາແຕ່ດົນແລ້ວ ແລະ ມີພື້ນຖານທີ່ດີ, ເປັນແບບຢ່າງໃນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ກໍຄືເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ.
ເນື້ອໃນສານຊົມເຊີຍດັ່ງກ່າວລະບຸຕື່ມວ່າ, ຈີນຍິນດີຮ່ວມກັບຣັດເຊຍເພື່ອສືບຕໍ່ປັບປຸງສາຍພົວພັນຄູ່ຮ່ວມມືດ້ານພະລັງງານຢ່າງຮອບດ້ານ, ຮ່ວມກັນຮັກສາຄວາມໝັ້ນທ່ຽງ ແລະ ຄວາມໂລ່ງລ່ຽນຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງພະລັງງານຂອງທົ່ວໂລກ, ຊຸກຍູ້ການສ້າງລະບົບຄຸ້ມຄອງພະລັງງານທົ່ວໂລກທີ່ມີຄວາມຍຸຕິທຳ ຄວາມທ່ຽງທຳ, ດຸ່ນດ່ຽງ ແລະ ສ້າງຜົນປະໂຫຍດຢ່າງທົ່ວເຖິງກວ່າເກົ່າ, ເພີ່ມຄວາມໝັ້ນທ່ຽງຫຼາຍກວ່າເກົ່າເຂົ້າໃນຄວາມໝັ້ນຄົງດ້ານພະລັງງານ ແລະ ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳຂອງໂລກ.