ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​​ທາງ​ໂທ​ລະ​ສັບກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​

2025-11-25 17:51:10

ຕອນ​ຄ່ຳ​ວັນ​ທີ 24 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ​ໄດ້ສົນ​ທະ​ນາ​ທາງ​ໂທ​ລະ​ສັບກັບ​​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ນັບ​ແຕ່​ການ​ພົບ​ປະ​ກັນຢູ່​ນະ​ຄອ​ນບູ​ຊານ​ຂອງ ສ.ເກົາຫຼີ​ເປັນ​ຕົ້ນ​ມາ, ການ​ພົວ​ພັນລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​​ໂດຍ​ລວມຂະ​ຫຍາຍ​ຕົວ​ໄປ​ສູ່​ທິດ​ທາງ​ທີ່​ດີ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ ແລະ ໄດ້​ຮັບ​​ການ​ຕອບ​ຮັບ​ຢ່າງກວ້າງ​ຂວາງຈາກ​ສອງ​ປະ​ເທດ ແລະ ປະ​ຊາ​ຄົມ​ໂລກ. ພຶດ​ຕິ​ກຳ​ຕົວ​ຈິງ​ພິ​ສູດ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ: ຈີນ ແລະ ອາ​ເມ​ຣິ​ກາ “ຮ່ວມ​ມື​ກັນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນ​ແລະ​ກັນ ແລະ ​ການຕໍ່​ສູ້​ກັນ​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນ​ແລະ​ກັນ” ເປັນ​ຄວາມ​ຮູ້​ທົ່ວ​ໄປ​ທີ່​ຖືກ​ພິ​ສູດ​ມາ​ຫຼາຍ​ເທື່ອ​ແລ້ວ, ຈີນ ແລະ ອາ​ເມ​ຣິ​ກາ “ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ກັນ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ” ແມ່ນ​ສະ​ພາບ​ຕົວ​ຈິງ​ທີ່​ສາ​ມາດ​ເຫັນ​ໄດ້ ແລະ ຈັບ​ຕ້ອງ​ໄດ້. ສອງ​ຝ່າຍ​ຄວນ​ຮັກ​ສາ​ທ່າ​ອຽງ​ດັ່ງ​ກ່າວ, ຍຶດ​ໝັ້ນ​ທິດ​ທາງ​ທີ່​ຖືກ​ຕ້ອງ, ປະ​ຕິ​ບັດ​ຕາມ​ທ່າ​ທີ​​ທີ່ສະ​ເໝີ​ພາບກັນ, ເຄົາ​ລົບ​ເຊິ່ງ​ກັນ​ແລະກັນ ແລະ ສ້າງ​ຜົນ​ປະ​ໂຫຍດ​​ໃຫ້​ແກ່​ກັນ, ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື ແລະ ຫຼຸດ​ຜ່ອນ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​​ຢູ່​ໃຫ້​ໜ້ອຍ​ລົງ, ພະ​ຍາ​ຍາມ​ຍາດ​ເອົາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າຫຼາຍກວ່າ​ເກົ່າ, ເປີດ​ພື້ນ​ທີ່​ການ​ຮ່ວມ​ມື​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົ​ນ​ສອງ​ຊາດ ແລະ ປະ​ຊາ​ຊົນ​ທົ່ວໂລກ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ຍາຍຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫ​າ​ໄຕ້​ຫວັນ ແລະ ກ່າວ​ເນັ້ນ​ໜັກວ່າ: ໄຕ້​ຫວັນ​ກັບ​ຄືນສູ່​ຈີນ​​ແມ່ນ​ເປັນ​ພາ​ກ​ສ່ວນ​ສຳ​ຄັນ​ໃນ​ລະ​ບຽບ​ສາ​ກົນຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ຈີນ ແລະ ອາ​ເມ​ຣິ​ກາ​ເຄີຍ​ຄຽງ​ບ່າ​ຄຽງ​ໄຫຼ່ຕໍ່​ຕ້ານ​ລັດ​ທິ​ຟາດ​ຊິດ ແລະ ລັດ​ທິ​ຂຸນ​ເສິກ. ປັດ​ຈຸ​ບັນ, ​ສອງ​ຝ່າຍຍິ່ງ​ຄວນ​ຮ່ວມ​ກັນ​ປົກ​ປ້ອງ​ໝາກ​ຜົນ​ແຫ່ງ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ໃຫ້​ດີ.

ທ່ານ​ໂດ​ນັນ ທ​ຣຳ​ກ່າວ​ວ່າ: ການ​ພົບ​ປະ​ກັນ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ​ກັບທ່ານ​ສີ​ຈິ້ນ​ຜິງ​ຢູ່​ນະ​ຄອນ​ບູ​ຊານ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວ​ນ​ຊື່ນ, ຂ້າ​ພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຄວາມ​ເຫັນ​ຂອງ​ທ່ານ​ທີ່​ມີ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ​ສຳ​ຄັນ​ໃນ​ການ​ພົບ​ປະ​ທີ່​ນະ​ຄອນ​ບູ​ຊານ​ຢ່າງ​ຮອບ​ດ້ານ. ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ແລະ ອາ​ເມ​ຣິ​ກາ​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ບັນ​ຫາ​ໄຕ້​ຫວັນ​ທີ່​ມີ​ຕໍ່​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​​ທາງ​ໂທ​ລະ​ສັບກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​