ທ່ານ ​ສີ​ຈິ້ນ​ຜິງ ໃຫ້ຄຳ​ຊີ້​ນຳ​ສຳ​ຄັນ​ຕໍ່​ວຽກ​ງານ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ

2025-11-18 16:54:47

ກອງ​ປະ​ຊຸມ​ວຽກ​ງານ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ຂອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງໃນລະ​ຫວ່າງວັນ​ທີ 17 ຫາ 18 ພະ​ຈິກ​ນີ້.

​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ຄຳ​ຊີ້​ນຳ​ສຳ​ຄັນ​ຕໍ່ວຽກ​ງານ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານໂດຍ​ລະ​ບຸ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ຖື​ເອົາ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​​ຢ່າງ​ຮອບ​ດ້ານຈັດ​ເຂົ້າ​ໃນ​ການ​ວາງ​ແຜນ​ຍຸດ​ທະ​ສາດ “4 ຮອບ​ດ້ານ” ແລະ​ອອກ​ແຮງ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ, ໄດ້​ສ້າງ​ສະ​ພາບ​ການ​ລວມ​ແຫ່ງ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ໂດຍ​ຂັ້ນ​ພື້ນ​ຖານ, ລະ​ບົບ​​​​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ ສີ​ຈິ້ນ​ຜິງ ເນັ້​ນ​ໜັກ​ວ່າ: ໃນ​ຂະ​ບວນການ​ໃໝ່, ຕ້ອງ​ສ້າງ​ລະ​ບົບການ​ປົກ​ຄອງ​ຕາມ​ກົດ​ໝາຍ​​ຂອງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມ​ບູນກວ່າ​ເກົ່າ, ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ປົກ​ຄອງ​ຕາມ​ກົດ​ໝາຍ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ຊຸກ​ຍູ້​ວຽກ​ງານ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ໃນ​ທຸກ​ດ້ານ​ຂອງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ເພື່ອ​ສະ​ໜອງ​ການ​ຮັບ​ປະ​ກັນ​ດ້ານ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຊຸກ​ຍູ້​​ການສ້າງ​​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂວງ ແລະ ການຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນຢ່າງ​ຮອບ​ດ້ານ​ດ້ວຍ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ.

ທ່ານ ​ສີ​ຈິ້ນ​ຜິງ ໃຫ້ຄຳ​ຊີ້​ນຳ​ສຳ​ຄັນ​ຕໍ່​ວຽກ​ງານ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ