ໝາກໄມ້ປ່ຽນຊີວິດ ແລະ ຕິດພັນກັບການປະຕິວັດຊາດ

2025-11-18 16:53:53

ເດືອນ​ຕຸ​ລາ​ ປີ 2022, ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ຄອມ​ມູ​ນິ​ດ​ຈີນ​ສຳ​ເລັດ​ລົງ​ແລ້ວ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເປັນ​ຄັ້ງ​ທຳ​ອິດ​ ເພື່ອ​ໄປເຄື່ອນ​ໄຫວ​ຢ້ຽມ​ຢາມ​​ ແລະ​ ເຮັດ​ວຽກ​ຢູ່ນະ​ຄອນ​ຢຽນ​ອ່ານ ແຂວງ​ສ້ານ​ຊີ. ​ເພິ່ນ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ສວນ​ໝາກ​ໂປ້ມ​ຂອງ​ບ້ານ​ນານ​ໂກ່ວ ​ຕາ​ແສງ​ກ່າວ​ສຽວ ແລະ​ ເດັດ​ໝາກ​ໂປ້ມ​ສຸກແດງ​​ໃຫຍ່​ໜ່ວຍ​ໜຶ່ງ ທັງ​ຍົກ​ໃຫ້​ເຫັນ​ວ່າ: “ການ​ອອກ​ແຮງ​ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ໝາກ​ໂປ້ມ ສາ​ມາ​ດ​ເວົ້າ​ໄດ້​ວ່າ​ແມ່ນມີເງື່ອນ​ໄຂ​​ເອື້ອ​ອຳ​ນວຍ​ໃນ​ດ້ານດິນ​ຟ້າ​ອາ​ກາດ, ດິນ ແລະ ຄວາມ​ສັດ​ທາ​ຂອງ​ປະ​ຊາ​ຊົນ.”

ຢຽນ​ອ່ານ​ເໝາະ​ແກ່​ການ​ປູກ​ໝາກ​ໂປ້ມ. ​ເວົ້າ​ເລື່ອງ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ແລ້ວ, ທີ່​ແຫ່ງ​ນີ້​ເປັນ​ໜຶ່ງ​ໃນ​ເຂດ​ແຄວ້ນ​​ດີ​ທີ່​ສຸດ​ສຳ​ລັບ​ການ​ປູກ​ໝາກ​ໂປ້ມ​ໃນ​ທົ່ວ​ໂລກ ເຊິ່ງ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ; ເວົ້າ​ໃນ​ເງື່ອນ​ໄຂ​ດ້ານ​ດິນແລ້ວ, ດິນ​ເຫຼືອງ​ມີ​ລັກ​ສະ​ນະ​ພຸ​ຜຸ່ຍ ດູດ​ຊຶມ​ນ້ຳ ​ແລະ​ ອາ​ກາດ​ລຸ​ລ່ວງ​ໄດ້​ງ່າຍ, ຍັງ​ມີຈຸ​ລະ​ສານຫຼາຍ​ຢ່າງ; ເວົ້າ​ເລື່ອງ​ຄວາມ​ສັດ​ທາ​ຂອງ​ປະ​ຊາ​ຊົນ, ຢຽນ​ອ່ານ​ເລີ່ມ​ປູກ​ໝາກ​ໂປ້ມ​ແມ່ນ​ປາ​ສະ​ຈາກ​​ມະ​ຫາຂະ​ບວນ​ການ​ຜະ​ລິດ​ໃນ​ສະ​ໄໝ​ປະ​ຕິ​ວັດ​ບໍ່​ໄດ້ ເຊິ່ງ​ຄ້ຳ​ຊູ​ດ້ວຍ​ນ້ຳ​ໃຈ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົດ​ທົນ.

ຢຽນ​ອ່ານ​ເລີ່ມ​ປູກ​ໝາກ​ໂປ້ມ​​ມາ​ຕັ້ງ​ແຕ່​ສະ​ໄໝ​ປະ​ຕິ​ວັດ ຄືແຕ່ສະໄໝ​ທີ່​ສູນ​ກາງ​ພັກ​ຄອມ​ມູ​ນິ​ດ​ຈີນ​ຕັ້ງ​ສຳ​ນັກ​ງາ​ນ​ຢູ່​ຢຽນ​ອ່ານ. ປີ1940, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ​ຢຽນ​ອ່ານ​ຂອງ​ເຂດ​ຊາຍ​ແດນ​ສ້ານ​ຊີ່-ກ້າ​ນ​ຊູ່-ນິງ​ເຊ້ຍ ເຊິ່ງ​ເປັນ​ຖານ​ທີ່​ໝັ້ນ​ຂອງການປະ​ຕິ​ວັດ​ໃນ​ເວ​ລາ​ນັ້ນ ​ໄດ້​ນຳ​ເອົາ​ເບັ້ຍ​ໝາກ​ໂປ້ມ​ມາ​ທົດ​ລອງ​ປູກ​ຢູ່​ນິ​ຄົມ​ກະ​ສິ​ກຳ​ກວ່າງ​ຮ​ວາ. ປີ1947, ຊາວ​ກະ​ສິ​ກອນ​ໜຸ່ມ​ຜູ້​ໜຶ່ງ​ຂອງ​ບ້ານ​ອ່າ​ຊື້​ ເມືອງ​ລົ້ວ​ຊວນ ​ໄດ້​ໃຊ້​ລ​ວາ​ຕ່າງ​ເອົາ​ເບັ້ຍ​ໝາກ​ໂປ້ມ​200 ເບັ້ຍ​ ມາ​ຈາກເມືອງຫຼິງ​ປາວ ​ແຂວງ​ເຫີ​ນານ. ລາວ​ຍັງ​ໄດ້​ແຕ່ງ​ເພງ​ໜຶ່ງ​ຊື່​ວ່າ​: “ຊວນ​ທ່ານ​ປູກ​ຕົ້ນ​ໄມ້” ເຊິ່ງ​ມີເນື້ອງ​ຮອງ​​ວ່າ: “ຄັນ​ຢາກຮັ່ງ​ມີ ໃຫ້​ປູກ​ໄມ້​ກ່ອນ, ຕົ້ນ​ໝາກ​ໂປ້ມ, ຕົ້ນ​ຮັ່ງ​ມີ…”

ຕົ້ນ​ໝາກ​ໂປ້ມ​ທີ່​ເລີ່ມ​ປູກ​ມາ​ຕັ້ງ​ແຕ່​ສະ​ໄໝ​ປະ​ຕິ​ວັດ​ນັ້ນ, ມາ​ເຖິງ​ປັດ​ຈຸ​ບັນ​ໄດ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ທ່າ​ແຮງ​ທີ່​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ປະ​ຊ​າ​ຊົນ​ຂອງ​ນະ​ຄອນ​ຢຽນ​ອ່ານ ໂດຍ​ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ຫຼາຍກວ່າ​ລ້ານ​ຄົນ, ສ້າງ​ມູ​ນ​ຄ່າ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຄົບ​ວົງ​ຈອນ​ຫຼາຍກວ່າ 60 ຕື້ຢວນ.

ເດືອນ​ກຸມ​ພາ ​ປີ 2015, ທ່ານ ສີ​ຈິ້ນ​ຜິງ ​ປ​ະ​ທານ​ປະ​ເທດ​ຈີນໄດ້​ກັບ​ເມື່ອ​ຮອດ​ບ້ານ​ຫຼຽງ​ເຈ່ຍ​ເຫີ ທາງ​ພ​າກ​ເໜືອ​ແຂວງ​ສ້ານ​ຊີ ທີ່​ຕົນ​ເຄີຍ​ລົງ​ພື້ນ​ຖານ​ໃນຕອນ​ໄວ​ໜຸ່ມ, ເພິ່ນ​ໄດ້​ເດີນ​ທາງ​ໄປ​ເບິ່ງ​ສວນ​ໝາກ​ໂປ້ມ​ຢູ່​ເທິງ​ເປີ້ນ​ພູ​ດ້ວຍ​ລົດໃຫຍ່​ວິ​ບາກ ແລະ ​ທັງໄດ້​ໃຫ້​ຄຳ​ຊີ້​ນຳ​ວ່າ: “ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໝາກ​ໂປ້ມ​​ຕໍ່​ໄປຢ່າງ​ເດັດ​ດ່ຽວ.”

ໃນໂອກາດຢ້ຽມຢາມບ້ານນານໂກ່ວ ເມື່ອປີ 2022, ທ່ານ ສີຈິ້ນຜິງ ໄດ້ເວົ້າກັບບັນດາພີ່ນ້ອງຊາວບ້ານວ່າ: ເພິ່ນໄດ້ດຳລົງຊີວິດຢູ່ພາກເໜືອແຂວງສ້ານຊີເປັນເວລາ 7 ປີ, ຕອນນັ້ນ, ເມື່ອໄດ້ເຫັນຊີວິດການເປັນຢູ່ຂອງພີ່ນ້ອງປະຊາຊົນທັງຫຼາຍທຸກຍາກລຳບາກຫຼາຍ, ຢູ່ໃນໃຈກໍຄິດວ່າ ຈະເຮັດແນວໃດເພື່ອໃຫ້ທຸກຄົນມີຊີວິດການເປັນຢູ່ດີຂຶ້ນ. ເທື່ອນີ້ມາຢຽນອ່ານ, ເມື່ອໄດ້ເຫັນສະພາບການເກັບກ່ຽວທີ່ອຸດົມສົມບູນ, ເງື່ອນໄຂເສັ້ນທາງຄົມມະນາຄົມໄດ້ຮັບການປັບປຸງດີຂຶ້ນຢ່າງຫຼວງຫຼາຍ, ໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື. ເພິ່ນໄດ້ຍົກຍ້ອງຊົມເຊີຍວ່າ: “ພວກສະຫາຍຊອກໄດ້ທິດທາງການພັດທະນາອຸດສາຫະກຳທີ່ເໝາະສົມແລ້ວ.”

ຢູ່​ຈີນ, ໝາກ​ໂປ້ມ ມີ​ສົມ​ຍາ​ນາມ​ວ່າ ໝາກ​ໄມ້​ຂວັນ​ໃຈ​ປະ​ຊາ​ຊົນ. ປະ​ລິ​ມານ​ການ​ຜະ​ລິດ ​ແລະ​ສົ່ງ​ອອກ​ໝາກ​ໂປ້ມ​ຕໍ່​ປີຂອງ​ຈີນ​ໄດ້​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ເຂດ​ຜະ​ລິດ​ໝາກ​ໂປ້ມ​ປົກ​ຄຸມ​ທົ່ວ​ປະ​ເທດແຕ່​ເໜືອ​ຮອດ​ໃຕ້, ຊາວ​ກະ​ສິ​ກອນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຖື​ຕົ້ນ​ໝາກ​ໂປ້ມ​ເປັນເຄື່ອງ​ປູກ​ຫຼັກ, ​ເຂົາ​ເຈົ້າ​ອາ​ໄສການ​ປູກ​ໝາກ​ໂປ້ມ​​ເພື່ອ​ລ້ຽງ​ຊີ​​ບ ແລະ ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.

ເດືອນ​ກັນ​ຍາ​ ປີ 2024, ທ່ານ ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມຖານ​ຜະ​ລິດ​ໝາກ​ໂປ້ມ​ຮ​ວາ​ນິວ ​ພູ​ນານ​ຊ່ານ ເມືອງມ້າຍ​ຈີ່​ ນະ​ຄອນ​ທຽນ​ສຸຍ ​ແຂວງ​ກ່ານ​ຊູ້, ເພິ່ນ​ກ່າວ​ວ່າ: “ຕ້ອງ​ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ ​ແລະ ​ບົ່ມ​ເພາະ​ແນວ​ພັນ​, ປັບ​ປຸງວີ​ທີ​ການ​ປູກ​ໃຫ້​ດີ​ຂຶ້ນ, ປະ​ດິດ​ສ້າງ​ຮູບ​ແບບ​ການຕະ​ຫຼາດ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ນີ້​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຍິ່ງໆ​ຂຶ້ນ.” ເພິ່ນ​ຍັງ​ຊີ້​ນຳ​ວ່າ: “ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງເຮືອງຕ້ອງ​ອາ​ໄສ​ອຸດ​ສາ​ຫະ​ກຳ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໃຫ້​ຈະ​ເລີນ​ທີ່​ສອດ​ຄ່ອງ​ກັບ​ທ້ອງ​ຖິ່ນ​ຕົນ.”

ຊຸມ​ປີ​ຜ່ານ​ມາ​ນີ້, ໝາກ​ໂປ້ມ​ສາຍພັນ ຮ​ວາ​ນີວ ມີ​ຊື່​ສຽງ​ນັບ​ມື້​ນັບ​ໂດ່ງ​ດັງ​ຂຶ້ນ, ໄດ້​ຖືກ​ສົ່ງ​ອອກ​ໄປ​ຂາຍ​ສູ່​ 30 ກວ່າປະ​ເທດ ​ແລະ ​ເຂດ​ແຄວ້ນ ​ເຊັ່ນ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມານ​ດິ​ຟ ເປັນ​ຕົ້ນ, ​ສົມວ່າເປັນ “​ໝາກ​ໄມ້​ສາ​ກົນ”. ປີ 2024, ເມືອງ​ມ້າຍ​ຈີ່ ​ໄດ້​ຈຳ​ໜ່າຍ​ໝາກ​ໂປ້ມ​ຮ​ວາ​ນິວ ​ເຖິງ 640.000 ໂຕນ, ມູນ​ຄ່າ 2 ຕື້ 560 ລ້ານ​ຢວນ. ໃນ​ເວ​ລາ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​ສາ​ກົນ 2025, ທ່ານ ສີ​ຈິ້ນ​ຜິງ ໄດ້​ຍົກ​ຍ້ອງ​ຊົມ​ເຊີຍ​ວ່າ “ໝາກ​ໂປ້ມ​ຮ​ວາ​ນິວ​ສຸກ​ທັງ​ແດງ​​​ທັງໃຫຍ່​”.

ກ່ອນ​ບຸນ​ກຸດ​ຈີນ ປີ 2025 ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ພະ​ນັກ​ງານ ​ແລະ ​ປະ​ຊາ​ຊົນ​ຂັ້ນ​ຮາກ​ຖານ​ຢູ່​ແຂວງ​ຫຼຽວ​ນິງ. ໃນ​ກອງ​ປະ​ຊຸມ​ລາຍ​ງານ​ວຽກ​ງານ​ຄະ​ນະ​ພັກ ​ແລະ ​ອົງ​ການ​ປົກ​ຄອງ​ແຂວງ, ຈາກ​ອຸດ​ສາ​ຫະ​ກຳ​ໝາກ​ໂປ້ມ​ຂອງ​ແຂວງ​ຫຼຽວ​ນິງ, ທ່ານ ສີ​ຈິ້ນ​ຜິງ ໄດ້​ຄິດ​ພໍ້​ເລື່ອງ​ລາວ​ເລື່ອງ​ໜຶ່ງ​ຂຶ້ນມາຄື: ໃນ​ໄລ​ຍະ​ບັ້ນ​ຮົບ​ຫຼຽວ​ເສີນ ເຊິ່ງ​ເປັນ​ໜຶ່ງ​ໃນ​ສາມ​ບັ້ນ​ຮົບ​ໃຫຍ່​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ​ຢູ່​ເຂດ​ຊົນ​ນະ​ບົດນະ​ຄອນ​ຈິນ​ໂຈ່ວ, ໝາກ​ໂປ້ມ​ສຸກ​ເຕັມ​ສວນ, ນັກ​ຮົບ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທີ່​ເດີນ​ທັບ​ຜ່ານ​ສວນ​ໝາກ​ໂປ້ມ, ເຖິງ​ຈະ​ອຶດ​ຫິວ​ປານ​ໃດ​ກໍ​ຕາມ ແຕ່​ກໍ​ບໍ່​ໄດ້​ເດັດ​ກິນແມ່ນແຕ່​ໜ່ວຍດຽວ. ຕໍ່​ກັບ​ເລື່ອງ​ນີ້, ສະ​ຫາຍ ເໝົາ​ເຈີ​ຕຸ່ງ ​ອະ​ດີດ​ຜູ້​ນຳ​ພັກ​ຄອ​ມ​ມູ​ນິດ​ຈີນ​ກ່າວ​ວ່າ: “ບໍ່​ກິນ​ຖື​ວ່າ​ມີ​ນ້ຳ​ໃຈ​ສູງ​ສົ່ງ, ຫາກ​ກິນ​​ກໍ​ຈະກາຍ​ເປັນເລື່ອງ​ຈັງ​ໄຮຫຼາຍ, ເພາະ​ວ່າ ນີ້​ແມ່ນ​ໝາກ​ໂປ້ມ​ຂອງ​ປະ​ຊາ​ຊົນ.” ທ່ານ​ ສີ​ຈິ້ນ​ຜິງ ໄດ້​ເວົ້າ​ດ້ວຍ​ຄວາມ​ດູດ​ດື່ມ​ວ່າ: “ໝາກ​ໂປ້ມ​ແບບ​ນີ້, ເຖິງ​ຈະ​ແມ່ນ​ຍຸກ​ປັດ​ຈຸ​ບັນ​ ພວກ​ເຮົາ​ກໍ​ບໍ່​ຄວນ​ກິນ​ເດັດ​ຂາດ.”​

ໝາກ​ໂປ້ມ​ເຖິງ​ຈະ​ເປັນ​ໝາກໄມ້​ນ້ອຍໆ, ແຕ່​ມັນ​ບໍ່​ພຽງ​ແຕ່​ເຊື່ອມ​ສານ​ເຄັດ​ລັບ​ແຫ່ງ​ການ​ສ້າງ​ຄວາມ​ຮັ່ງ​ມີ ​ແລະ ​ວິ​ທີ​ການ​ພັດ​ທະ​ນາ​ເທົ່າ​ນັ້ນ ຍັງ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ. ນີ້​ຄື​ຄຸນ​ຄ່າ​ຂອງ​ໝາກ​ໂປ້ມສຳ​ລັບ​ປະ​ຊາ​ຊົນ​ຈີນ.

ແຫຼ່ງ​ຂ່າວ​ຈາກ: CGTN

ໝາກໄມ້ປ່ຽນຊີວິດ ແລະ ຕິດພັນກັບການປະຕິວັດຊາດ