ທ່ານ ສີຈິ້ນຜິງ ພົບປະກັບເຈົ້າຊີວິດແຫ່ງຣາຊະອານາຈັກໄທ
ຕອນເຊົ້າວັນທີ 14 ພະຈິກນີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ສົມເດັດ ວະຊິຣາລົງກອນ ເຈົ້າຊີວິດແຫ່ງຣາຊະອານາຈັກໄທທີ່ເດີນທາງຢ້ຽມຢາມຈີນທາງລັດຖະກິດ.
ທ່ານ ສີຈິ້ນຜິງ ກ່າວວ່າ: ປີນີ້ແມ່ນຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທ, ຕະຫຼອດ 50 ປີມານີ້, ສອງປະເທດຈີນ-ໄທໄດ້ຄຽງບ່າຄຽງໄຫຼ່ກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ເປັນພີ່ນ້ອງທີ່ດີ, ເພື່ອນມິດທີ່ດີ ແລະຄູ່ຮ່ວມທີ່ດີຢ່າງແທ້ຈິງ. ຈີນຍິນດີຮ່ວມກັບໄທເພີ່ມທະວີການເຊື່ອມຕໍ່ກັນ ດ້ານຍຸດທະສາດ, ຊຸກຍູ້ການຮ່ວມມືລະຫວ່າງຈີນ-ໄທຢ່າງໝັ້ນທ່ຽງ, ເຮັດໃຫ້ປະຊາຊົນສອງປະເທດໄດ້ຮັບຜົນປະໂຫຍດຕົວຈິງຫຼາຍກວ່າເກົ່າຈາກການຮ່ວມມືດັ່ງກ່າວ. ຕ້ອງຊຸກຍູ້ການເຊື່ອມໂຍງຂອງວັດທນະທຳສອງປະເທດ, ເພີ່ມທະວີການແລກປ່ຽນດ້ານວັດທະນາທຳ, ເຮັດໃຫ້ປະຊາຊົນສອງປະເທດນັບມື້ນັບໃກ້ຊິດກັນຂຶ້ນຕື່ມ. ຈີນຍິນດີຕັ້ງໜ້າສະໜັບສະໜູນໂຄງການສາທາລະນະປະໂຫຍດຂອງພະບໍລົມວົງສານຸວົງໄທ, ເພີ່ມທະວີການແລກປ່ຽນບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກ ແລະສຸມກຳລັງແຮງເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໄທ.
ສົມເດັດ ວະຊິຣາລົງກອນ ກ່າວວ່າ: ຫຼັງຈາກຫຼາຍປີຜ່ານໄປໄດ້ເດີນທາງມາຢ້ຽມຢາມຈີນອີກຄັ້ງ, ເຫັນວ່າຈີນມີການປ່ຽນແປງອັນໃຫຍ່ຫຼວງ, ຂໍສະແດງຄວາມຊົມເຊີຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຈີນທີ່ໄດ້ຮັບຜົນງານອັນໃຫຍ່ຫຼວງ. ໄທ ແລະຈີນມີຄວາມໃກ້ຊິດ ແລະໄມຕີຈິດມິດຕະພາບ, ການໄປມາຫາສູ່ກັນລະຫວ່າງປະຊາຊົນມີຄວາມແໜ້ນແຟ້ນ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມີຄວາມກວ້າງຂວາງ ແລະເລິກເຊິ່ງ. ໄທຍິນດີຕັ້ງໜ້າຖອດຖອນບົດຮຽນດ້ານການພັດທະນາຂອງຈີນ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດກັບຈີນ, ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະເຮັດໃຫ້ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດເຂົ້າໃນໃຈປະຊາຊົນຢ່າງເລິກເຊິ່ງກວ່າເກົ່າ.