ທ່ານສີຈິ້ນຜິງສົ່ງສານອວຍພອນຕໍ່ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມຄັ້ງທີ 20

2025-11-14 16:31:49

ວັນທີ 12 ພະຈິກນີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານອວຍພອນຕໍ່ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມຄັ້ງທີ 20.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ:ສອງພັກຄວາມມູນິດຈີນ ແລະ ພັກຄອມມູນິດຫວຽດນາມຕ່າງກໍ່ຍຶດໝັ້ນ ແລະ ພັດທະນາລັດທິມາກ,ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມຢ່າງໝັ້ນໜຽວບໍ່ປ່ຽນແປງ,ນຳພາປະເທດຕົນດຳເນີນການກໍ່ສ້າງສັງຄົມນິຍົມ,ຜະເຊີນໜ້າກັບບັນຫາທີ່ຄືກັນ ຫຼື ຄ້າຍຄືກັນຈຳນວນຫຼາຍໃນຍຸກສະໄໝນີ້.ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມແມ່ນເວທີສຳຄັນສຳລັບສອງພັກໃນການແລກປ່ຽນຄວາມຄິດຄວາມເຫັນ ແລະ ສົນທະນາກັນ ໂດຍເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຮັດແໜ້ນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ,ເພີ່ມທະວີຄວາມເຫັນດີເຫັນພ້ອມດ້ານແນວຄິດ ແລະ ຊຸກຍູ້ການພົວພັນຈີນ-ຫວຽດນາມໃຫ້ຂະຫຍາຍຕົວ.ຫວັງວ່າສອງຝ່າຍຈະສືບຕໍ່ແລກປ່ຽນຖອດຖອນບົດຮຽນໃນດ້ານການປົກຄອງບໍລິການປະເທດ,ສະໜັບສະໜູນດ້ານທິດສະດີເພື່ອພາລະກິດສັງຄົມນິຍົມຂອງປະເທດຕົນ ແລະການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ,ພ້ອມທັງປະກອບສ່ວນເທົ່າທີ່ຄວນເຂົ້າໃນພາລະກິດອັນຍິ່ງໃຫຍ່ແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

ໃນມື້ດຽວກັນ,ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນິ່ງບິງຂອງຫວຽດນາມ.

ທ່ານສີຈິ້ນຜິງສົ່ງສານອວຍພອນຕໍ່ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມຄັ້ງທີ 20