ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ເຈົ້າ​ຊີ​ວິດ​ແອັດ​ສະ​ປາຍ

2025-11-14 16:25:51

ຕອນ​ເຊົ້າ​ວັນ​ທີ 12 ພະ​ຈິກ​ນີ້, ຢູ່ຫໍ​ສະ​ພາປະ​ຊາ​ຊົນ​​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ກັບ ສົມ​ເດັດ ເຟ​ລິ​ເປ​ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ ເຈົ້າ​ຊີ​ວິດ​ແອັດ​ສະ​ປາຍ​ທີ່​ເດີນ​ທາງມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.

ທ່ານ​ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່ ສົມ​ເດັດ ເຟ​ລິ​ເປ​ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ​ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ ແລະ​ກ່າ​ວວ່າ: ​ຜະ​ບໍ​ລົມ​ວົງ​ສາ​ນຸ​ວົງ​​ແອັດ​ສະ​ປາຍ​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ແອັດ​ສະ​ປາຍ. ຈີ​ນ​ຍິນ​​ດີຮ່ວມ​ກັບ​ແອັດ​ສະ​ປາຍ​​ເກາະ​ແຂນ​ກັນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ມີ​ຄວາມ​ໜຽວ​ແໜ້ນ​ທາງ​ຍຸດ​ທະ​ສາດຫຼາຍກວ່າ​ເກົ່າ, ມີ​ພະ​ລັງ​ຊີ​ວິດ​ດ້ານ​ການ​ພັດ​ທະ​ນາຫຼ​າຍກວ່າ​ເກົ່າ ແລະ​ມີ​ອິດ​ທິ​ພົນ​ສາ​ກົນ​ສູງກວ່າ​ເກົ່າ, ສ້າງ​ລະ​ບົບ​ຄຸ້ມ​ຄອງ​​ທົ່ວໂລກ​ທີ່​ຍຸ​ຕິ​ທຳ ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມ​ວນ​ມະ​ນຸດ.

ສົມ​ເດັດ ເຟ​ລິ​ເປ​ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ ກ່າວ​ວ່າ, ຜົນ​ງານ​ການ​ພັດ​ທະ​ນາ​ຂອ​ງ​ຈີນ​ປະ​ຈັກ​ຕາ​ຊາວ​ໂລກ, ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ. ລັດ​ຖະ​ບານ​ແອັດ​ສະ​ປາຍ​ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ການ​ປະ​ເທດ​ຈີນ​ດຽວ, ສະ​ໜັບ​ສະ​ໜູນ​ການ​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ພັດ​ທະ​ນາ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ຄວາມ​ຜາ​ສຸກຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນຫຼາຍ​ກວ່​າ​ເກົ່າ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ໂລກ.

ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ເຈົ້າ​ຊີ​ວິດ​ແອັດ​ສະ​ປາຍ