ທ່ານ ສີ​ຈິ້ນຜິງ ຕອບຈົດ​ໝາຍຂອງ​ຜູ້​ຊ່ຽວ​ຊານ​ຈີນ​ສຶກ​ສາ​ໜຸ່ມ

2025-11-14 16:24:54

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕອບຈົດ​​ໝາຍ​ຂອງ​ຜູ້​ຊ່ຽວ​ຊານ​ຈີນ​ສຶກ​ສາ​ໜຸ່ມ, ລະ​ດົມ​ຊຸກ​ຍູ້ໃຫ້ເຂົາ​ເຈົ້າ​ກາຍ​ເປັນ​ທູດ​​ເພື່ອເຊື່ອມ​ໂຍງ​ອະ​ລິ​ຍະ​ທຳ​ຈີນ ແລະ​ຕ່າງ​ປະ​ເທດ.

ເນື້ອ​ໃນ​ບາງ​ຕອນ​ຂອງ​ຈົດ​ໝາຍ​ລະ​ບຸ​ວ່າ: ໃນ​ເມື່ອ​ຮູ້​ວ່າ​ພວກ​​ທ່ານ​ມັກ​ຮັກພາ​ສາ​ຈີນ ແລະ​ວັດ​ທະ​ນະ​ທຳ​ຈີນ ແລະໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ຈີນ​ສຶກ​ສາ ແລະ​ການຖອດ​ຖອນ​ບົດ​ຮຽນ​ຮ່ວມ​ກັນ​ດ້ານ​ອະ​ລິ​ຍະ​ທຳ, ຂ້າ​ພ​ະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຍ້ອ​ງ​ຍໍ​ຊົມ​ເຊີຍ, ຫວັງ​ວ່າ​ພວກ​ທ່ານ​ຈະ​ນຳ​ສະ​ເໜີປະ​ເທດ​ຈີນ​ທີ່​ແທ້​ຈິງ ແລະ​ຮອບ​ດ້ານ​ໃຫ້​ແກ່​ໂລກ, ​ປະ​ກອບ​ສ່ວນ​ດ້ານ​ສະ​ຕິ​ປັນ​ຍາ ແລະ​ກຳລັງ​​ແຮງ​ເຂົ້າ​ໃນ​ການຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ.

ກອງ​ປະ​ຊຸມ​ພາ​ສາ​ຈີນ​ໂລກ​ປະ​ຈຳປີ 2025 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​​ໃນລະ​ຫວ່າງວັນ​ທີ 14-16 ພະ​ຈິກ​ນີ້. ຫວ່າງ​ມໍ່ໆ​ມາ​ນີ້, ​ຜູ້​ຊ່ຽວ​ຊານ​ຈີນ​ສຶກ​ສາ​​ໜຸ່ມ 61 ທ່ານ​ທີ່​ມາ​ຈາກ 51 ປະ​ເທດ​ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕາມ​ຄຳ​ເຊີນ ໄດ້​ຂຽນ​ຈົດ​ໝາຍ​ເຖິງທ່ານ ສີ​ຈິ້ນ​ຜິງ.

ທ່ານ ສີ​ຈິ້ນຜິງ ຕອບຈົດ​ໝາຍຂອງ​ຜູ້​ຊ່ຽວ​ຊານ​ຈີນ​ສຶກ​ສາ​ໜຸ່ມ