ທ່ານສີຈິ້ນຜິງພົບປະກັບປະທານ ແລະ ປະທານກິຕິມະສັກຕະຫຼອດຊີວິດຄະນະກຳມະການໂອລິມປິກສາກົນ
ຕອນບ່າຍ ວັນທີ 9 ພະຈິກນີ້,ຢູ່ທີ່ນະຄອນກວາງໂຈ່ວ,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງເຄີສທີ ໂຄເວນທຣີ ປະທານຄະນະກຳມະການໂອລິມປິກສາກົນ ແລະ ທ່ານໂທມັສ ບາຊ ປະທານກິຕິມະສັກຕະຫຼອດຊີວິດຂອງຄະນະກຳມະການໂອລິມປິກສາກົນທີ່ເດີນທາງມານະຄອນກວາງໂຈ່ວ ເພື່ອເຂົ້າຮ່ວມພິທີໄຂງານມະຫະກຳກິລາແຫ່ງຊາດຈີນຄັ້ງທີ 15.
ທ່ານ ສີຈິ້ນຜິງ ຊີ້ອອກວ່າ,ຈີນເປັນຜູ້ປະຕິບັດ,ຜູ້ຮັກສາ ແລະ ຜູ້ເຜີຍແຜ່ຈິດໃຈໂອລິມປິກມາໂດຍຕະຫຼອດ,ຈີນຍິນດີລົງເລິກການຮ່ວມມືລະດັບສູງລະຫວ່າງສອງຝ່າຍຢ່າງຕໍ່ເນື່ອງ,ປະກອບສ່ວນຫຼາຍກວ່າເກົ່າເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.ທ່ານສີຈິ້ນຜິງເນັ້ນໜັກວ່າ,ງານມະຫະກຳກິລາແຫ່ງຊາດຈີນແມ່ນງານກິລາແບບສັງລວມທີ່ີມີຂະໜາດໃຫຍ່ ແລະ ລະດັບສູງທີ່ສຸດຂອງຈີນ,ງານມະຫະກຳກິລາແຫ່ງຊາດຈີນຄັ້ງນີ້ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມກັນຂອງສາມພກາສ່ວນຄື:ແຂວງກວາງຕຸ້ງ,ເຂດພິເສດຮົງກົງ ແລະ ເຂດພິເສດມາກາວ,ເຊື່ອວ່າງານມະຫະກຳກິລາຈີນຄັ້ງນີ້ຈະບໍ່ພຽງແຕ່ເປັນສັກຂີພິຍານຂອງຜົນງານການພັດທະນາພາລະກິດກິລາຂອງຈີນໃນຍຸກສະໄໝໃໝ່ເທົ່ານັ້ນ,ຍັງຈະສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຄວາມທັນສະໄໝແບບຈີນຢູ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວຕື່ມອີກ.
ທ່ານນາງ ເຄີສທີ ໂຄເວນທຣີ ແລະ ທ່ານໂທມັສ ບາຊກ່າວວ່າ,ຈີນປະຕິບັດຕາມຈິດໃຈໂອລິມປິກຢ່າງຕັ້ງໜ້າ,ໄດ້ປະກອບສ່ວນສຳຄັນໃນການພັດທະນາພາລະກິດຂອງໂອລິມປິກສາກົນ.ຄະນະກຳມະການໂອລິມປິກສາກົນຄອງຄອຍເພີ່ມທະວີການຮ່ວມມືກັບຈີນຢ່າງບໍ່ຢຸດຢັ້ງ,ເພື່ອພ້ອມກັນຊຸກຍູ້ການພັດທະນາກິລາໂອລິມປິກຢ່າງຄຶກຄື້ນຟົດຟື້ນ,ເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນປະເທດຕ່າງໆ ແລະ ຊຸກຍູ້ໂລກໃຫ້ມີສັນຕິພາບ.