ທ່ານ ສີຈິ້ນຜິງ ເນັ້ນໜັກຈິດໃຈສອງຢ່າງໃນການເຄື່ອນໄຫວຢ້ຽມຢາມຢູ່ແຂວງກວາງຕຸ້ງ
ກວາງຕຸ້ງ ເປັນຜູ້ນຳໜ້າ, ບ່ອນປະຕິບັດໄປກ່ອນ ແລະເຂດທົດລອງແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ, ມີຖານະບົດບາດສຳຄັນ ແລະພົ້ນເດັ່ນໃນສະພາບການລວມແຫ່ງການສ້າງສາຄວາມທັນສະໄໝແບບຈີນ.
ລະຫວ່າງວັນທີ 7-8 ພະຈິກ 2025, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປແຂວງກວາງຕຸ້ງ ເຊິ່ງເປັນບ່ອນທຳອິດທີ່ເພິ່ນລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນ ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ XX. ໃນການຢ້ຽມຢາມຄັ້ງນີ້, ເພິ່ນໄດ້ໄປຢ້ຽມຢາມຖານການປູກຝັງທີ່ມີເອກະລັກພິເສດ, ຢ້ຽມຊົມການວາງສະແດງຜົນງານການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະການພັດທະນາອຸດສາຫະກຳແບບເຊື່ອມໂຍງ ແລະປະດິດສ້າງ ພ້ອມທັງໄດ້ຍົກໃຫ້ເຫັນຢ່າງເລິກເຊິ່ງເຖິງຂໍກຸນແຈສຳຄັນຂອງກວາງຕຸ້ງ ໃນການເພີ່ມທະວີທ່າແຮງດ້ານການປະດິດສ້າງ ແລະບັນລຸການບຸກທະລຸໃໝ່: “ຕ້ອງອອກແຮງເສີມຂະຫຍາຍຈິດໃຈປະຕິຮູບ ແລະເປີດປະຕູສູ່ພາຍນອກ, ຈິດໃຈເຂດເສດຖະກິດພິເສດ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງດ້ວຍການລົງເລິກການປະຕິຮູບ ແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ.”
ຈິດໃຈປະຕິຮູບ ແລະເປີດປະຕູສູ່ພາຍນອກ ກັບຈິດໃຈເຂດເສດຖະກິດພິເສດ ເປັນເອກະລັກຈິດໃຈພົ້ນເດັ່ນທີ່ສຸດຂອງກວາງຕຸ້ງ ໄດ້ສ່ອງແສງໃຫ້ເຫັນເຖິງສະພາບຈິດໃຈທີ່ກ້າບຸກບືນ ກ້າທົດລອງ ແລະກ້າປະຕິບັດໄປກ່ອນໝູ່.
ປີ 2024 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງແຂວງກວາງຕຸ້ງ ໄດ້ບັນລຸຫຼາຍກວ່າ 14.000 ຕື້ຢວນ ແລະຄອງອັນດັບໜຶ່ງຂອງທົ່ວປະເທດຈີນມາເປັນເວລາ 36 ປີຕິດຕໍ່ກັນ; 15 ຂະແໜງການເຊັ່ນ: ອຸດສາຫະກຳການຜະລິດຂໍ້ມູນຂ່າວສານເອກະເລັກໂຕຣນິກ, ລົດຍົນ, ກົນຈັກໄຟຟ້າເປັນຕົ້ນ ມີຂະໜາດໃຫຍ່ຄອງອັນດັບໜຶ່ງຂອງທົ່ວປະເທດ; ຈຸດທົດລອງການປະຕິຮູບສັງລວມຂອງນະຄອນເສີນເຈີ້ນ ໄດ້ສ້າງຜົນງານອັນດັບໜຶ່ງທົ່ວປະເທດທັງໝົດ 60 ກວ່າຢ່າງ. ອີງຕາມບົດລາຍງານດັດຊະນີການປະດິດສ້າງໂລກ 2025 ທີ່ອົງການຊັບສິນທາງປັນຍາໂລກ ເປີດເຜີຍໃນເດືອນກັນຍາປີນີ້ສະແດງໃຫ້ເຫັນວ່າ: ໃນກຸ່ມປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຊັ້ນນຳ 100 ແຫ່ງຂອງໂລກ, ນະຄອນເສີນເຈີ້ນ, ຮົງກົງ ແລະນະຄອນກວາງໂຈ່ວ ຂອງຈີນ ຄອງອັນດັບໜຶ່ງຂອງໂລກ.
ໃນການຢ້ຽມຢາມຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ມີຂໍ້ຮຽກຮ້ອງຢ່າງຈະແຈ້ງຕໍ່ກວາງຕຸ້ງໃນດ້ານຕ່າງໆເຊັ່ນ: “ຊຸກຍູ້ໃຫ້ເສດຖະກິດລະບອບກຳມະສິດທຸກປະເພດ ຊ່ວຍຊູຍູ້ໜູນກັນໃນດ້ານທ່າແຮງ ແລະພັດທະນາຮ່ວມກັນ.” “ສ້າງລະບົບອຸດສາຫະກຳທັນສະໄໝທີ່ມີຄວາມສາມາດການແຂງຂັນໃນສາກົນ.” “ຂະຫຍາຍການເປີດປະຕູສູ່ພາຍນອກໃນດ້ານລະບຽບການຢ່າງໜັກແໜ້ນ”, “ສືບຕໍ່ພັດທະນາການເປີດປະຕູສູ່ພາຍໃນປະເທດ” ເປັນຕົ້ນ.
ການອອກແຮງເສີມຂະຫຍາຍຈິດໃຈປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຈິດໃຈເຂດ ເສດຖະກິດພິເສດ ບໍ່ພຽງແຕ່ຕ້ອງມີຄວາມຫ້າວຫັນໃນການກ້າປະຕິບັດໄປກ່ອນໝູ່ເທົ່ານັ້ນ, ຍັງຕ້ອງມີຄວາມອົດທົນ ແລະຄວາມໜັກແໜ້ນ ໃນການມຸ່ງໝັ້ນສູ້ຊົນຢ່າງບໍ່ລົດລະຈົນໃຫ້ເຖິງທີ່ສຸດ.
ວັນທີ 8 ພະຈິກນີ້, ໃນເວລາຮັບຟັງການລາຍງານວຽກງານຂອງຄະນະພັກ ແລະອົງການປົກຄອງແຂວງກວາງຕຸ້ງຢູ່ນະຄອນກວາງໂຈ່ວ, ທ່ານ ສີຈິ້ນຜິງ ກ່າວວ່າ: “ການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ເວົ້າສຳລັບກວາງຕຸ້ງແລ້ວບໍ່ພຽງແຕ່ເປັນໜ້າທີ່ອັນສຳຄັນເທົ່ານັ້ນ, ຍັງເປັນໂອກາດການພັດທະນາທີ່ຫາຍາກນຳອີກ.” ເພິ່ນຍົກໃຫ້ເຫັນວ່າ: ຕ້ອງໝາຍໝັ້ນສູ້ຊົນບັນລຸເປົ້າໝາຍ ແຫ່ງການສ້າງເຂດອ່າວໃຫຍ່ລະດັບແຖວໜ້າ ແລະ ກຸ່ມຕົວເມືອງລະດັບໂລກທີ່ມີຊີວິດຊີວາ ແລະມີຄວາມສາມາດການແຂ່ງຂັນໃນສາກົນ, ຮ່ວມແຮງຮ່ວມໃຈກັນ, ປະຕິບັດໄປຢ່າງໜັກແໜ້ນ, ສູ້ຊົນໃຫ້ບັນລຸການບຸກທະລຸໃນດ້ານຈຸດສຸມແລະຊຸກຍູ້ປະຕິບັດຢ່າງຮອບດ້ານ.
ການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ເປັນມາດຕະການໃໝ່ຂອງຈີນ ໃນການຊຸກຍູ້ສ້າງໃຫ້ເປັນສະພາບການແບບໃໝ່ ແຫ່ງການເປີດປະຕູສູ່ພາຍນອກຢ່າງຮອບດ້ານໃນຍຸກໃໝ່ ທັງເປັນພຶດຕິກຳຕົວຈິງອັນໃໝ່ໃນການຊຸກຍູ້ພາລະກິດແບບ “ປະເທດດຽວສອງລະບອບ.”
ອີງຕາມຕົວເລກສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ປະລິມານລົດແລ່ນຕາມເສັ້ນທາງດ່ວນເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ບັນລຸຫຼາຍກວ່າ 8.000.000 ເທື່ອຄັນ, ໄລຍະທາງຄົມມະນາຄົມມີລາງ ຫຼາຍກວ່າ 3.000 ກິໂລແມັດ, ຈຳນວນຄົນເດີນທາງໄປການແບບຂ້າມຕົວເມືອງຫຼາຍກວ່າ 6.000.000 ເທື່ອຄົນຕໍ່ມື້. “ແອັບບໍລິການສັງລວມເຂດອ່າວໃຫຍ່” ໄດ້ໃຫ້ບໍລິການແກ່ພົນລະເມືອງກວາງຕຸ້ງ-ຮົງກົງ-ມາກາວ ໃນດ້ານຕ່າງໆເຊັ່ນ ການອອກເດີນທາງ, ການຈ່າຍເງິນ, ການລ້ຽງດູຜູ້ເຖົ້າ, ການປິ່ນປົວເປັນຕົ້ນ, ໂຄງການປະກັນໄພສຳລັບເຂດອ່າວໃຫຍ່ ໄດ້ກາຍເປັນຂົວຕໍ່ດ້ານຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຮົງກົງ-ມາກາວ ກັບເຂດດ້ານໃນຈີນ, ນະໂຍບາຍລົດສ່ວນຕົວຮົງກົງ ແລະມາກາວ ຂຶ້ນເໜືອສູ່ກວາງຕຸ້ງ ຜ່ານດ່ານຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວ ໄດ້ອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງຮົງກົງ-ມາກາວ ໄປປະ ກອບອາຊີບ, ສ້າງທຸລະກິດ ແລະຕັ້ງຖິ່ນຖານຢູ່ເຂດດ້ານໃນຈີນ…ການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ກຳລັງເລັ່ງໄວຂະຫຍາຍຕົວໄປຂ້າງໜ້າຢ່າງເປັນຂະບວນຟົດຟື້ນ ແລະສ້າງປະຫວັດສາດໜ້າໃໝ່ແຫ່ງການພັດທະນແບບເຊື່ອມໂຍງເຂົ້າກັນ.
ນອກນີ້, ຕອນຄ່ຳວັນທີ 9 ພະຈິກນີ້, ພິທີເປີດງານມະຫາກຳກິລາແຫ່ງຊາດຈີນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ສູນກິລາໂອລິມປິກກວາງຕຸ້ງ ເຊິ່ງເປັນງານກິລາໃຫຍ່ໂຕມະຫາລານທີ່ກວາງຕຸ້ງ-ຮົງກົງ-ມາກາວ ຮ່ວມກັນເປັນເຈົ້າພາບຈັດຂຶ້ນເທື່ອທຳອິດ ແລະກາຍເປັນຂີດໝາຍສຳຄັນທາງປະຫວັດສາດອີກອັນໜຶ່ງ ຂອງການພັດທະນາແບບເຊື່ອມໂຍງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ.
ການດຳເນີນການປະຕິຮູບ ແລະຊຸກຍູ້ການພັດທະນາ, ຈຸດໝາຍໃນຂັ້ນສຸດທ້າຍກໍແມ່ນເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີກວ່າເກົ່າ. ແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ ເປັນສີສັນທາດແທ້ອັນໂດດເດັ່ນຂອງຈິດໃຈປະຕິຮູບ ແລະເປີດປະຕູສູ່ພາຍນອກກັບຈິດໃຈເຂດເສດຖະກິດພິເສດ.
ເມືອງເໝີຍຊ້ຽນ ນະຄອນເໝີຍໂຈ່ວ ແຂວງກວາງຕຸ້ງ ແຕ່ໃດໆມາກໍມີນາມມະຍົດວ່າ “ແດນໝາກກ້ຽງໃຫຍ່ຄຳ” ເປັນຖານການຜະລິດໝາກກ້ຽງໃຫຍ່ຄຳ ເປັນສິນຄ້າທີ່ໃຫຍ່ທີ່ສຸດຂອງຈີນ ແລະມີປະຫວັດການປູກໝາກກ້ຽງໃຫຍ່ມາເປັນເວລາຮ້ອຍປີແລ້ວ. ວັນທີ 7 ພະຈິກນີ້, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຖານການຜະລິດໝາກກ້ຽງໃຫຍ່ນານຟູ ຕາແສງຢ້ຽນຢາງ ເມືອງເໝີຍຊ້ຽນ ເພື່ອໂອ້ລົມສົນທະນາກັບຊາວສວນທີ່ປູກໝາກກ້ຽງໃຫຍ່ ແລະພະນັກງານວິຊາການກະສິກຳຢ່າງສະໜິດສະໜົມ.
ໂອກາດດັ່ງກ່າວ, ເພິ່ນໄດ້ໃຫ້ຄຳຊີ້ນຳວ່າ: ການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດຂອງຊົນນະບົດ ເປັນພື້ນຖານແຫ່ງການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ຕ້ອງເພີ່ມທະວີການປະຍຸກໃຊ້ວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການພັດທະນາກະສິກຳ, ວັດທະນະທຳ ແລະການທ່ອງທ່ຽວເຊື່ອມໂຍງເຂົ້າກັນ, ຕໍ່ຍອດຕ່ອງໂສ້ອຸດສາຫະກຳໃຫ້ຂະຫຍາຍຕົວ ແລະ ສ້າງມູນຄ່າເພີ່ມໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ, ນຳພາຊາວກະສິກອນສ້າງລາຍຮັບເພີ່ມ ແລະຮັ່ງມີຂຶ້ນຫຼາຍກວ່າເກົ່າ.
ໃນເວລາຮັບຟັງການລາຍງານວຽກງານຂອງຄະນະພັກ ແລະອົງການປົກຄອງແຂວງກວາງຕຸ້ງໃນຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກໃຫ້ບູລະນະໂຄງປະກອບ ແລະກົນໄກການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວ, ພັດທະນາຕົວເມືອງ ແລະຊົນນະບົດແບບເຊື່ອມໂຍງເຂົ້າກັນ, ປັບປຸງລະບົບລະບຽບການບໍລິການສາທາລະນະຂັ້ນພື້ນຖານໃຫ້ສົມບູນຂຶ້ນ, ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.
ແຫຼ່ງຂ່າວຈາກ: CGTN