ທ່ານ ສີຈິ້ນຜິງ ເຂົ້າຮ່ວມພິທີໄຂງານມະຫະກຳກິລາທົ່ວປະເທດຈີນ ຄັ້ງທີ 15
2025-11-12 10:57:37
ຕອນຄ່ຳວັນທີ 9 ພະຈິກນີ້, ພິທີໄຂງານມະຫະກຳກິລາທົ່ວປະເທດຈີນ ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ສູນກິລາໂອລິມປິກແຂວງກວາງຕຸ້ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.