ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະທານາທິບໍດີຕັງຊານີຄົນໃໝ່

2025-11-12 10:56:49

ວັນທີ 6 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານນາງຊາເມຍ ຊູລູຮູ ຮາສຊັນ ເນື່ອງໃນໂອກາດທີ່ທ່ານຂຶ້ນດຳລົງຕຳແໜ່ງເປັນປະທານາທິບໍດີສາທາລະນະລັດຕັງຊານີ.

ໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຈີນ ແລະ ຕັງຊີນີມີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ແລະ ເລິກເຊິ່ງ. ໃນຊຸມປີຜ່ານມາ, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາໃນລະດັບສູງ, ສອງຝ່າຍໄດ້ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວຂ້ອງກັບຜົນປະໂຫຍດໃຈກາງ ແລະ ບັນຫາທີ່ເປັນຂໍ້ກັງວົນຂອງກັນ, ການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໄດ້ຮັບໝາກຜົນອັນອຸດົມສົມບູນ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ຕັງຊານີ, ຍິນດີພະຍາຍາມຮ່ວມກັບທ່ານປະທານາທິບໍດີຮາສຊັນ ຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດປັກກິ່ງຂອງເວທີປຶກສາຫາລືຈີນ-ອາຟຣິກາໃຫ້ດີ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຕັງຊານີກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ອາຟຣິກາໃນທຸກສະພາບການໃນຍຸກໃໝ່.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະທານາທິບໍດີຕັງຊານີຄົນໃໝ່