ທ່ານສີຈິ້ນຜິງກ່າວວ່າ: ຕັ້ງໃຈເຊື່ອມຊຶມຈິດໃຈກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ແລະ ສ້າງສາທ່າການຄ້າເສລີໄຫຫຼຳດ້ວຍມາດຕະຖານສູງ
ຕອນເຊົ້າວັນທີ 6 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ຮັບຟັງການລາຍງານວຽກງານສ້າງສາທ່າການຄ້າເສລີໄຫຫຼຳຢູ່ນະຄອນສ່ານຢ້າແຂວງໄຫຫຼຳຈີນ ແລະ ກ່າວເນັ້ນໜັກວ່າ: ການສ້າງສາທ່າການຄ້າເສລີໄຫຫຼຳ, ແມ່ນນະໂຍບາຍທີ່ສຳຄັນຂອງສູນກາງພັກໂດຍສຸມໃສ່ການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານໃນຍຸກໃໝ່. ຕ້ອງຕັ້ງໃຈ ເຊື່ອມຊຶມຈິດໃຈກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ພາຍໃຕ້ການນຳພາແບບລວມສູນເປັນເອກະພາບກັນຂອງສູນກາງພັກ, ທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງປະສານງານກັນຢ່າງໃກ້ຊິດ ແລະ ເປັນເຈົ້າການປະຕິບັດງານ, ສຸມຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອບັນລຸເປົ້າໝາຍໃນການສ້າງສາທ່າການຄ້າເສລີໄຫຫຼຳຢ່າງຮອບດ້ານ.
ຫຼັງຈາກຮັບຟັງການລາຍງານວຽກງານແລ້ວ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ສຳຄັນ ໂດຍຊີ້ອອກວ່າ, ສູນກາງພັກໄດ້ຕົກລົງວ່າ, ເລີ່ມແຕ່ວັນທີ 18 ທັນວາປີ 2025 ເປັນຕົ້ນໄປ, ຈະເລີ່ມນຳໃຊ້ລະບົບດ່ານພາສີອິດສະຫຼະໃນທົ່ວເກາະໄຫຫຼຳຢ່າງເປັນທາງການ, ນີ້ເປັນມາດຕະການທີ່ເປັນຂີດໝາຍສະແດງໃຫ້ເຫັນເຖິງປະເທດຈີນເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ ແລະ ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ. ທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງກະກຽມຢ່າງລະອຽດຮອບຄອບ, ຮັບປະກັນໃຫ້ດຳເນີນໄປຢ່າງໝັ້ນທ່ຽງ ແລະ ເປັນລະບຽບ.